ເພີ່ມທະວີການພົວພັນທາງການທູດກັບບັນດາປະເທດເອີລົບກາງ-ເອີລົບຕາເວັນອອກ
ລາຍການສະແດງສິລະປະສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ສ.ເຊັກ ໂດຍສະຖານທູດ ຫວຽດນາມ ປະຈຳ ສ.ເຊັກ ຈັດຕັ້ງ
|
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ ບັນດາປະເທດໃນເຂດ ເອີລົບກາງ - ເອີລົບຕາເວັນອອກ ເຊິ່ງລວມມີ ສ. ເຊັກ ແລະ ສ. ສະໂລວາກີ (2/2/1950), ຮູງກາຣີ ແລະ ຣູມານີ (3/2/1950), ສ. ໂປໂລຍ (4/2/1950), ສ. ບູນກາຣີ (8/2/1950) ແລະ ສ. ອານບາເນຍ (11/2/1950), ວັນທີ 2/2/2015, ທ່ານປະທານປະເທດ ເຈືອງເຕີນຊາງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໄດ້ແລກປ່ຽນຈົດໝາຍອວຍພອນກັບບັນດາທ່ານປະທານາທິບໍດີ, ນາຍົກລັດຖະມົນຕີ ແລະ ປະທານສະພາແຫ່ງຊາດ ບັນດາປະເທດ ເອີລົບກາງ - ເອີລົບຕາເວັນອອກ ດັ່ງກ່າວ.
ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມີງ ແລະ ລັດຖະມົນຕີວ່າການກະຊວງການຕ່າງປະເທດບັນດາປະເທດ ເອີລົບກາງ - ເອີລົບຕາເວັນອອກ ດັ່ງກ່າວກໍ່ໄດ້ແລກປ່ຽນຈົດໝາຍອວຍພອນນຳກັນ.