
2 ຝ່າຍໄດ້ເຊັນບົດບັນທຶກຊ່ວຍຈຳ
|
(vovworld) - ຕອນບ່າຍວັນທີ 29/1, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີວ່າການກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ກາວດຶກຟາດ ໃຫ້ການຕ້ອນຮັບທ່ານ Jason Foley, ຮອງຜູ້ອຳນວຍການອົງການພັດທະນາສາກົນ ອາເມລິກາ (USAID), ຮັບຜິດຊອບພາກພື້ນ ອາຊີ - ປາຊີຟິກ. ທີ່ການຕ້ອນຮັບ, 2 ຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານ ແລະ ປຶກສາຫາລືກ່ຽວກັບການຊຸກຍູ້ການຮ່ວມມືໃນຂົງເຂດກະສິກຳ, ສຸມໃສ່ເຂົ້າໃນບັນດາຂົງເຂດເຊິ່ງລວມມີ: ການປ່ຽນແປງຂອງດິນຟ້າອາກາດ, ໄຂ້ຫວັດສັດປີກ, ຫລຸດຜ່ອນໄພພິບັດທຳມະຊາດ, ຊີວະນາໆພັນ, ເຕັກໂນໂລຢີຊີວະພາບ.
ພາຍຫຼັງການຕ້ອນຮັບ, 2 ຝ່າຍໄດ້ເຊັນ “ບົດບັນທຶກຊ່ວຍຈຳລະຫວ່າງອົງການພັດທະນາແຫ່ງຊາດ ອາເມລິກາ ແລະ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ກ່ຽວກັບຄູ່ຮ່ວມມືກໍ່ສ້າງ ແລະ ນຳໃຊ້ບັນດາຫຼັກການລະບົບບັນຊາເມື່ອມີເຫດການເກີດຂຶ້ນຢູ່ ຫວຽດນາມ.”