ເພີ່ມທະວີການຮ່ວມມືລະຫວ່າງກະຊວງການເງິນຂອງສອງປະເທດຫວຽດນາມ - ອິນໂດເນເຊຍ

ເພີ່ມທະວີການຮ່ວມມືລະຫວ່າງກະຊວງການເງິນຂອງສອງປະເທດຫວຽດນາມ - ອິນໂດເນເຊຍ - ảnh 1
(ພາບ: .google.com.vn)

(vovworld) - ​ໃນ​ຂອບ​ເຂດ​ເພີ່ມ​ທະວີ​ການ​ຮ່ວມ​ມືລະຫວ່າງ​ຫວຽດນາມ - ອິນ​ໂດ​ເນ​ເຊຍ, ຄະນະ​ພະນັກງານ​ການ​ນຳ ​ແລະ​ ຜູ້​ຊ່ຽວຊານ​ຂັ້ນ​ສູງ​ກະຊວງ​ການ​ເງິນ​ຫວຽດນາມ ​ໂດຍ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ເງິນ​ຫວຽດນາມ ​ເຈິ່ນຊວນ​ຮ໋ຽວ ນຳ​ໜ້າ, ​ໄດ້​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ກະຊວງ​ການ​ເງິນ ອິນ​ໂດ​ເນ​ເຊຍ ​ໃນ​ລະຫວ່າງ​ວັນ​ທີ 15-16/3. ຄະນະ​ໄດ້​ມີ​ການ​ແລກປ່ຽນ​ຄວາມ​ເຫັນ​ກັບ​ບັນດາ​ພະນັກງານ​ການ​ນຳ ​ແລະ ​ຜູ້​ຊ່ຽວຊານ​ຂັ້ນ​ສູງ​ກະຊວງ​ການ​ເງິນ ອິນ​ໂດ​ເນ​ເຊຍ ໃນ​ຂົງ​ເຂດ​ຕ່າງໆ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ ​ກໍ່​ຄືບັນດາ​ບັນຫາ ​ເຊິ່ງທັງ​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ​ແລະ ​ພວມ​ຜັນ​ຂະຫຍາຍ​ການ​ປະຕິບັດ​ຢູ່​ແຕ່ລະ​ປະ​ເທດ, ​ໃນ​ນັ້ນ​ສຸມ​ໃສ່​ຕົ້ນ​ຕໍ່​ເຂົ້າ​ໃນ​ການ​ຄວບ​ຄຸມ​ລາຄາ ​ແລະ​ ໄພ​ເງິນ​ເຟີ້, ບົດບາດ​ຂອງ​ບັນດາ​ລັດ​ວິ​ສາ​ຫະກິດ​ໃນ​ພື້ນຖານ​ເສດຖະກິດ​ແຫ່ງ​ຊາດ ​ແລະ​ ການ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່. ສອງ​ຝ່າຍ​ຕີ​ລາຄາ​ສູງ​ຄວາມ​ໝາຍ​ທີ່​ແທດ​ຈິງ ​ແລະ​ຄວາມ​ສຳຄັນ​ຂອງ​ການ​ແລກປ່ຽນ​ດ້ານ​ວິຊາ​ການ, ວິຊາ​ສະ​ເພາະ, ຖື​ວ່າ, ນີ້​ແມ່ນ​​ໂອກາດ​ທີ່​ດີ​ເພື່ອ​ແບ່ງປັນ​ບົດຮຽນ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ການ​ເງິນ, ວິ​ສາ​ຫະກິດ ​ແລະ​ ປະຕິບັດ​ບັນດາ​ນະ​ໂຍບາຍ​ມະຫາ​ພາກ.  

ຂ່າວ/ບົດ​ອື່ນ