ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນເຂດຊາຍແດນຫວຽດນາມ - ລາວ
ກອງປະຊຸມໃຫຍ່ສະມາຄົມມິດຕະພາບຫວຽດນາມ - ລາວ
ແຂວງ ເງັ້ະອານ ອາຍຸການ 2014 – 2019
(ພາບ: baonghean.vn)
(vovworld) – ຕອນເຊົ້າວັນທີ 17/11, ຢູ່ນະຄອນວິງ, ໄດ້ດຳເນີນກອງປະຊຸມໃຫຍ່ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ເງະອານ ອາຍຸການ 2014 – 2019. ທ່ານ ເລຊວນດ້າຍ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເງະອານ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມມິຕະພາບຫວຽດນາມ - ລາວ ແຂວງເງະອານ ອາຍຸການ 2014 – 2019. ກອງປະຊຸມໃຫຍ່ໄດ້ວາງອອກທິດທາງ, ໜ້າທີ່ໃນອາຍຸການໃໝ່ຄື: ຍົກສູງລັກສະນະປະສິດທິຜົນການເຄື່ອນໄຫວພົວພັນແລກປ່ຽນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນ 2 ປະເທດຫວຽດນາມ - ລາວ; ປະຕິບັດວຽກງານແຂ່ງຂັນ ມອບລາງວັນ ແລະ ບັນດາການເຄື່ອນໄຫວ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ” ໃນການພົວພັນລະຫວ່າງ 2 ປະເທດຫວຽດນາມ - ລາວ ເປັນຢ່າງດີ; ຕັ້ງໜ້າກໍ່ສ້າງ ແລະ ປັບປຸງການພັດທະນາອົງການຈັດຕັ້ງສະມາຄົມ.