ເພີ່ມທະວີການຮ່ວມມືລະຫວ່າງບັນດາສູນຄົ້ນຄວ້າເຕັກໂນໂລຊີຂໍ້ມູນຂ່າວສານ-ສື່ສານບັນດາປະເທດອາຊຽນ
(ພາບປະກອບ)
(vovworld) – “ເພີ່ມທະວີການເຊື່ອມຕໍ່, ຮ່ວມມືລະຫວ່າງບັນດາສູນຄົ້ນຄວ້າປາຍແຫຼມກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານ - ສື່ສານ (CoE) ລະຫວ່າງບັນດາປະເທດອາຊຽນ”, ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາ ສູນຄົ້ນຄວ້າປາຍແຫຼມອາຊຽນ ຄັ້ງທີ 2, ເຊິ່ງກະຊວງຖະແຫຼງຂ່າວ ແລະ ສ່ືສານຈັດຕັ້ງ ໃນວັນທີ 30/10, ຢູ່ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມສຳມະນາ ມີ 6 ປະເທດອາຊຽນຄື: ມາເລເຊຍ, ຟີລິບປີນ, ມຽນມາ, ລາວ, ກຳປູເຈຍ, ຫວຽດນາມ; ບັນດານັກຊ່ຽວຊານທີ່ມາຈາກຍີ່ປຸ່ນ, ສ.ເກົາຫຼີ ແລະ ຜູ້ຕາງໜ້າສະຖານທູດຍີ່ປຸ່ນປະຈຳຫວຽດນາມ. ຜູ້ຕາງໜ້າຂອງ 6 ປະເທດອາຊຽນ ໄດ້ສະເໜີບົດລາຍງານກ່ຽວກັບສະພາບການເຄື່ອນໄຫວຂອງ CoE ຂອງປະເທດຕົນ. ບັນດາຜູ້ແທນກໍປຶກສາຫາລືແຜນການເຄື່ອນໄຫວ ເພື່ອແນໃສ່ເພີ່ມທະວີການເຊື່ອມຕໍ່ລະຫວ່າງ CoE ITC ASEAN ໃນສະພາບທ່ີປະຊາຄົມອາຊຽນ ໄດ້ຮັບການສ້າງຕັ້ງຢ່າງເປັນທາງການໃນທ້າຍປີ 2015.