ເພີ່ມທະວີການຮ່ວມມືລະຫວ່າງVOVແລະວິທະຍຸກະຈາຍສຽງໂທລະພາບສານຊີ(ປະເທດຈີນ)
ຮ່າຖັ໋ງ,ນັກຂ່າວVOVປະຈຳຈີນ -  

ຄະນະຜູ້ແທນ VOV ເຮັດວຽກ ກັບການນຳວິທະຍຸກະຈາຍສຽງ -
ໂທລະພາບແຂວງ ສານຊີ
|
(vovworld) – ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ ຈີນ, ຕອນບ່າຍວັນທີ 24/4, ຢູ່ນະຄອນ ຊີອານ, ຄະນະຜູ້ແທນວິທະຍຸກະຈາຍສຽງ ຫວຽດນາມ ໂດຍທ່ານຜູ້ອຳນວຍການໃຫຍ່ ຫງວຽນດັງຕ໋ຽນ ນຳໜ້າ, ມີການເຮັດວຽກກັບການນຳວິທະຍຸກະຈາຍສຽງ - ໂທລະພາບແຂວງ ສານຊີ ທີ່ການເຮັດວຽກ, ທ່ານ ຈ໋ຽນແອ໋ວນແຈງ, ຜູ້ອຳນວຍການ ວິທະຍຸກະຈາຍສຽງ - ໂທລະພາບແຂວງ ສານຊີ ໄດ້ແບ່ງປັນບັນດາບົດຮຽນກ່ຽວກັບການຄຸ້ມຄອງ ກໍ່ຄືສົມທົບທ່າແຮງຂອງວິທະຍຸ ແລະ ໂທລະພາບເປັນຢ່າງດີ, ນຳໃຊ້ແຫຼ່ງຂ່າວຢ່າງມີປະສິດທິຜົນ, ພິເສດແມ່ນບັນດາແຫຼ່ງຂ່າວມີລັກສະນະສະຖານະການ. ກໍ່ທີ່ການເຮັດວຽກ, 2 ຝ່າຍໄດ້ແລກປ່ຽນບົດຮຽນກ່ຽວກັບວິທີການຕີລາຄາຄຸນນະພາບລາຍການຜ່ານບັນດາຮູບແບບຄື: ສຳຫຼວດຜູ້ຟັງຜ່ານບັນດາບໍລິສັດສຳຫຼວດເອກະລາດ, ສ້າງຕັ້ງຄະນະກວດກາຄຸນນະພາບ ຫຼື ຜ່ານອັດຕາສ່ວນດຶງດູດການໂຄສະນາ. 2ຝ່າຍເຫັນດີເປັນເອກະສັນເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນ, ແລກປ່ຽນບັນດາຄະນະຜູ້ແທນການນຳ, ນັກຂ່າວໄປຂຽນຂ່າວ, ບົດ ຜ່ານນັ້ນປະກອບສ່ວນເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນ 2 ປະເທດກ່ວາອີກ.
ຮ່າຖັ໋ງ,ນັກຂ່າວVOVປະຈຳຈີນ