ເພີ່ມທະວີບົດບາດຂອງພໍ່ແມ່ໃນການສ້າງນະໂຍບາຍ,ປົກປັກຮັກສາແລະເບິ່ງແຍງດູແລເດັກ
(ພາບປະກອບ)
(vovworld) - ເພື່ອຕອບສະໜອງເດືອນເພື່ອເດັກນ້ອຍ ປີ 2015 ດ້ວຍຫົວຂໍ້ວ່າ “ຮັບຟັງເດັກເວົ້າ”, ຕອນເຊົ້າວັນທີ 18/06, ຢູ່ຮ່າໂນ້ຍ, ສູນກາງສະຫະພັນແມ່ນຍິງຫວຽດນາມ ໄດ້ສົມທົບກັບຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາ “ສິດເຂົ້າຮ່ວມຂອງເດັກໃນຄອບຄົວ ແລະ ບົດບາດຂອງພໍ່ແມ່”. ບັນດາຄຳເຫັນທີ່ກອງປະຊຸມໄດ້ຢືນຢັນວ່າ ຄອບຄົວແມ່ນສະພາບແວດລ້ອມທີ່ສຳຄັນໃຫ້ແກ່ການເຕີບໂຫຍ່, ພັດທະນາຂອງເດັກ. ຜູ້ແທນຫຼາຍທ່ານໄດ້ຖືວ່າ, ຕ້ອງສ້າງລາຍການຊຸກຍູ້ສິດເຂົ້າຮ່ວມຂອງເດັກໃນຄອບຄົວ ກໍ່ຄືສ້າງເອກະສານນິຕິກຳ, ສ້າງເງື່ອນໄຂສະດວກເພື່ອເພີ່ມທະວີການພົວພັນພາຍໃນຄອບຄົວ. ທ່ານນາງ ຫງວຽນທິຕວຽດມາຍ, ຫົວໜ້າພະແນກຄອບຄົວ - ສັງຄົມ, ສະຫະພັນແມ່ຍິງຫວຽດນາມ ຖືວ່າ.
“ພໍ່ແມ່ ແລະ ຄອບຄົວມຮບົດບາດສຳຄັນໃນການຊຸກຍູ້ສິດເຂົ້າຮ່ວມຂອງເດັກໃນຄອບຄົວ, ຊ່ວຍສະກັດກັ້ນ, ແກ້ໄຂການປະທະກັນ, ການໃຊ້ຄວາມຮຸນແຮງໃນຄອບຄົວ ແລະ ຊອກຫາມາດຕະການຊູກຍູ້ຄວາມເຂົ້າອົກເຂົ້າໃຈຂອງເດັກ ແມ່ນປັດໃຈສຳຄັນ ພອມກັບບັນດາສະມາຊິກອື່ນສ້າງຄອບຄົວໃຫ້ມີຄວາມສຸກ. ຜ່ານນັ້ນ, ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຕ້ອງເພີ່ມທະວີບົດບາດຂອງພໍ່ແມ່ກວ່າອີກ ໃນການສ້າງນະໂຍບາຍ, ແຊກແຊງ, ປົກປັກຮັກສາ, ເບິ່ງແຍງດູແລເດັກໃນໄລຍະຈະມາເຖິງ ເພື່ອນຳມາເຊິ່ງທຸກສິ່ງທຸກຢ່າງທີ່ດີທີ່ສຸດໃຫ້ແກ່ເດັກໃນປະຈຸບັນ ແລະ ໃນອະນາຄົດ”.