ເພື່ອນມິດສາກົນຕີລາຄາສູງບັນດາການປະກອບສ່ວນຂອງຫວຽດນາມຢູ່ສະຫະປະຊາຊາດໃນ40ປີຜ່ານມາ

(VOVWORLD) -ຫວຽດນາມໄດ້ມີການປະກອບສ່ວນຕັ້ງຫນ້າຫລາຍຢ່າງເຂົ້າໃນບັນດາການເຄື່ອນໄຫວຂອງສະຫະປະຊາຊາດ ແລະ ສະແດງໃຫ້ເຫັນວ່າ ແມ່ນປະເທດມີຄວາມຮັບຜິດຊອບສຳລັບປະຊາຄົມໂລກ. 
ເພື່ອນມິດສາກົນຕີລາຄາສູງບັນດາການປະກອບສ່ວນຂອງຫວຽດນາມຢູ່ສະຫະປະຊາຊາດໃນ40ປີຜ່ານມາ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກກ່າວຄຳເຫັນທີ່ພິທີ

ນັ້ນແມ່ນຂໍ້ສັງເກດຂອງແຂກຖືກເຊີນຫລາຍຄົນທີ່ເຂົ້າຮ່ວມພິທີສະເຫລີມສະຫລອງ 40 ປີແຫ່ງວັນຫວຽດນາມ ເຂົ້າຮ່ວມຊາຍຄາລວມ ສະຫະປະຊາຊາດ. ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ທີ່ສະຫະປະຊາຊາດ ຢູ່ນອກພິທີສະເຫລີມສະຫລອງ, ແຂກຖືກເຊີນຫລາຍທ່ານຮັບຮູ້ວ່າ: ບັນດາການປະກອບສ່ວນຂອງຫວຽດນາມ ຢູ່ ສປຊ ໃນ 40 ປີຜ່ານມາ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບຂອງປະຊາຄົມໂລກ. ດ້ວຍບົດບາດແມ່ນສະມາຊິກຂອງ ສປຊ, ຍາມໃດຫວຽດນາມ ກໍ່ພະຍາຍາມສຳເລັດຫນ້າທີ່ຂອງຕົນເປັນຢ່າງດີ, ເປັນເຈົ້າການໃນການຍົກອອກຂໍ້ລິເລີ່ມຫລາຍຢ່າງທີ່ແທດຈິງ.ທ່ານປະທານສະມາຄົມມິດຕະພາບບັນດາອົງການຈັດຕັ້ງສາກົນຢູ່ ນິວຢອກ, Kenneth G. Welborn ຊີ້ແຈ້ງວ່າ: ຫວຽດນາມ ໄດ້ມີການປະກອບສ່ວນ ຫລາຍຢ່າງອັນຕັ້ງຫນ້າ ໃຫ້ແກ່ ສປຊ ໃນຫລາຍຂົງເຂດ. ທ່ານ Jerry Matjila, ຫົວຫນ້າຄະນະຜູ້ຕາງຫນ້າ ອາຟຼິກາ ປະຈຳ ສປຊ ໃຫ້ຮູ້ວ່າ: ບັນດາຜົນງານຊື່ງຫວຽດນາມ ບັນລຸໄດ້ໃນ 40 ປີຜ່ານມາແມ່ນໃຫຍ່ຫລວງທີ່ສຸດ ແລະ ຫວຽດນາມ ໄດ້ກາຍເປັນຮູບແບບເພື່ອໃຫ້ຫລາຍປະເທດສະມາຊິກ ສປຊ ຮ່ຳຮຽນເອົາບົດຮຽນໃນຫລາຍຂົງເຂດຄື: ການພັດທະນາສັງຄົມ, ການສຶກສາ, ການຄ້ຳປະກັນດ້ານສະບຽງອາຫານ.

ຕອບກັບ

ຂ່າວ/ບົດ​ອື່ນ