ເລຂາທິການໃຫຍ່ສະຫະປະຊາຊາດຮຽກຮ້ອງສ້າງໂລກປອດນິວເຄຼຍ

(VOVWORLD) -ວັນທີ 15 ພຶດສະພາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ກ່າວປະນາມເລື່ອງສປປ.ເກົາຫຼີ ຍິງລູກສອນໄຟນຳວິຖີ ແລະ ຮຽກຮ້ອງໃຫ້ພຽງຢາງ ກັບຄືນສູ່ນະໂຍບາຍປອດນິວເຄຼຍ. 

ເລຂາທິການໃຫຍ່ສະຫະປະຊາຊາດຮຽກຮ້ອງສ້າງໂລກປອດນິວເຄຼຍ - ảnh 1

ເລຂາທິການໃຫຍ່ສະຫະປະຊາຊາດຮຽກຮ້ອງສ້າງໂລກປອດນິວເຄຼຍ 

(ພາບ: THX/TTXVN)

ໃນຖະແຫຼງການຜ່ານໂຄສົກ, ທ່ານ Guterres ໃຫ້ຮູ້ວ່າ: “ການກະທຳດັ່ງກ່າວໄດ້ລະເມີດບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ແມ່ນໄພນາບຂູ່ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ຶ້ນ”. ໃນຂະນະນັ້ນ, ບັນດາແຫຼ່ງຂ່າວທາງການທູດໃຫ້ຮູ້ວ່າ, ໃນວັນດຽວກັນ, ອາເມລິກາ ໄດ້ເຈລະຈາກັບຈີນ ເພື່ອແນໃສ່ບັນລຸຂໍ້ຕົກລົງກ່ຽວກັບການກ່າວປະນາມຢ່າງຮຸນແຮງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບເຫດຍິງທົດລອງລູກສອນໄຟຂອງສປປ.ເກົາຫຼີ. ສະພາຄວາມໝັ້ນຄົງສະຫະປະຊາຊາດ ຈະຈັດກອງປະຊຸມລັບໃນວັນທີ 15 ພຶດສະພາ ພາຍຫຼັງເຫດຍິງລູກສອນໄຟນຳວິຖີໃນວັນທີ 14 ພຶດສະພາ ເຊິ່ງພຽງຢາງ ຖະແຫຼງວ່າອາດຈະຕິດ “ຫົວນິວເຄຼຍປະເພດໜັກ”.

ຕອບກັບ

ຂ່າວ/ບົດ​ອື່ນ