ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢ້ຽມຢາມແລະເຮັດວຽກຢູ່ເມືອງເກາະຟູ໋ກວກ,ແຂວງກຽນຢາງ
(vovworld) – ໂດຍສືບຕໍ່ການປະຕິບັດງານຢູ່ບັນດາແຂວງພາກໃຕ້, ວັນທີ 16/8, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ໄດ້ລົງຢ້ຽມຢາມ, ເຮັດວຽກຢູ່ເມືອງເກາະ ຟູ໋ກວກ, ແຂວງ ກຽນຢາງ, ສຳຫຼວດສະພາບການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວຽກງານກໍ່ສ້າງພັກ, ສ້າງລະບົບການເມືອງໃນບໍລິເວນ.
ທ່ານເລຂາທິການໃຫຍ່ ສະເໜີວ່າ: ກ່ອນອື່ນໝົດ, ເມືອງເກາະ ຟູ໋ກວກ, ແຂວງ ກຽນຢາງ ຄວນສຸມໃສ່ປະຕິບັດ 2 ວຽກງານສຳຄັນພ້ອມກັນນັ້ນແມ່ນສືບຕໍ່ຊີ້ນຳຢ່າງເດັດດຽວເພື່ອປະຕິບັດສຳເລັດບັນດາຄາດໝາຍ, ໜ້າທີ່ເຊິ່ງໄດ້ວາງອອກໃນອາຍຸການ 2010 – 2015, ກະກຽມກອງປະຊຸມໃຫຍ່ພັກທຸກຂັ້ນອາຍຸການຈະມາເຖິງເປັນຢ່າງດີ. ໃນທິດທາງພັດທະນາຂອງເມືອງເກາະ ຟູ໋ກວກ ແລະ ກຽນຢາງ, ທ່ານເລຂາທິການໃຫຍ່ ຖືວ່າ: ຕ້ອງຖືການພັດທະນາການທ່ອງທ່ຽວແມ່ນຂອດບຸກທະລຸດ້ວຍບັນດາຮູບແບບຄື ການທ່ອງທ່ຽວຊີວະພາບ, ພັກຜ່ອນບຳລຸງສຸຂະພາບ, ການທ່ອງທ່ຽວຈິດວິນຍານ, ທ່ອງທ່ຽວປະຫວັດສາດ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກໍ່ສະເໜີໃຫ້ແຂວງ ກຽນຢາງ ແລະ ເມືອງເກາະ ຟູ໋ກວກ ຕ້ອງເອົາໃຈໃສ່ວຽກງານາການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ສືບຕໍ່ປະຕິບັດມະຕິສູນກາງທີ 4 (ຊຸດທີ 11) ກ່ຽວກັບການກໍ່ສ້າງພັກເປັນຢ່າງດີ, ຄຳສັ່ງເລກທີ 03 ຂອງກົມການເມືອງກ່ຽວກັບການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ, ບັນດາມະຕິ, ຂໍ້ສະຫລຸບອື່ນໆຂອງສູນກາງ, ກໍ່ສ້າງພັກປອດໄສ, ໝັ້ນຄົງເຂັ້ມແຂງ.
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ໄປຖະຫວາຍທູບທຽນອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຟູ໋ກວກ, ຢ້ຽມຢາມເຂດປູຊະນີຍະສະຖານຄຸກ ຟູ໋ກວກ, ຢ້ຽມຢາມຮາກຖານເສດຖະກິດ - ສັງຄົມຂອງເມືອງຈຳນວນໜຶ່ງ.