ເລຂາທິການໃຫຍ່ຫງວຽນຟູ້ຈ້ອງ ຖະຫວາຍທູບທຽນອາໄລຫາທ່ານເລຂາທິການໃຫຍ່ເລຢວນ
![ເລຂາທິການໃຫຍ່ຫງວຽນຟູ້ຈ້ອງ ຖະຫວາຍທູບທຽນອາໄລຫາທ່ານເລຂາທິການໃຫຍ່ເລຢວນ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2017_01_25/tbttrong.jpg)
ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມໄປອວຍພອນສຸຂະພາບອະດີດເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໂດ້ເມື່ອຍ |
(vovworld) - ເນື່ອງໃນໂອກາດບຸນເຕັດປີຣະກາ 2017, ຕອນບ່າຍວັນທີ 25/1(ກົງກັບວັນທີ 28 ບຸນເຕັດ), ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ໄປຖະຫວາຍທູບທຽນອາໄລຫາທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ເລຢວນ; ໄປອວຍພອນສຸຂະພາບອະດີດເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໂດ້ເມື່ອຍ ແລະ ຢ້ຽມຢາມ ອວຍພອນປີໃໝ່ອະດີດການນຳພັກ, ລັດອີກບາງທ່ານຢູ່ເຮືອນສ່ວນຕົວ.
ເພື່ອອາໄລຫາຄຸນງາມຄວາມດີອັນໃຫຍ່ຫຼວງຂອງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ເລຢວນ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງມີຄວາມຫວັງພ້ອມກັບທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບສາມັກຄີກັນເປັນຈິດໜຶ່ງໃຈດຽວ, ມານະພະຍາຍາມສູ້ຊົນປະຕິບັດໜ້າທີ່ປີ 2017 ຢ່າງມີໄຊ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກໃຫ້ເຂົ້າສູ່ຊີວິດຕົວຈິງ, ນຳປະເທດຊາດນັບທື້ນັບພັດທະນາ.