ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ກູຍບາ

ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ກູຍບາ - ảnh 1
ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ ກູ​ຍບາ
(ພາບ: TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 12/8, ຢູ່ ຮ່າ​ໂນ້ຍ, ທ່ານ​ເລຂາທິການ​​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ ກູ​ຍບາ ທ່ານ Fredesman Turro Gonzalez ​ເຂົ້າ​ຢ້ຽມ​ອຳ​ລາ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ອາຍຸ​ການ​ປະຕິບັດ​ງານ​ຢູ່ ຫວຽດນາມ. ທ່ານ​​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຕີ​ລາຄາ​ສູງ​ບັນດາ​ນ້ຳ​ໃຈ​ອັນ​ດີງາມ ​ແລະ ບັນດາ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ​ໃນ​ການ​ປັບປຸງ ​ແລະ ຊຸກຍູ້​ການ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ຫວຽດນາມ ​ແລະ ກູ​ຍບາ, ພິ​ເສດ​ແມ່ນ​ລະ​ຫວ່າງ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ພັກ​ກອມ​ມູນິດ ກູ​ຍບາ. ທ່ານ​​ເລຂາທິການ​ໃຫຍ່ ​ເຊື່ອ​ໝັ້ນ​ວ່າ ​ໃນ​ຖານະ​ຕຳ​ແໜ່​ງ​ໃໝ່, ທ່ານ​ເອກ​ອັກຄະ​ລັດຖະທູດ​ຈະ​ສືບ​ຕໍ່​​ປະກອບສ່ວນ​ຕັ້ງໜ້າ​ໃຫ້​ແກ່​ການ​ພັດທະນາ​ການ​ພົວພັນ​ລະ​ຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ປາດ​ຖະ​ໜາວ່າ: ​ໃນ​​ໄລຍະ​ຈະ​ມາ​ເຖິງ, 2 ປະ​ເທດ ຈະ​ຊອກ​ຫາ​ບັນດາ​ກົນ​ໄກ, ວິທີ, ມາດ​ຕະການ​ຮ່ວມ​ມື​ທີ່​ມີ​ໄຫວ​ພິບ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກ່ວາ​ອີກ, ​ເພື່ອ​ແນ​ໃສ່​ນຳ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ ລະ​ຫວ່າງ 2 ຝ່າຍ​ຂຶ້ນ​ທຽບ​ເທົ່າ​ກັບລະດັບ​ການ​ພົວພັນດ້ານການ​ເມືອງທີ່​ເປັນ​ແບບຢ່າງລະ​ຫວ່າງ 2 ປະ​ເທດ.

 

 

 

ຂ່າວ/ບົດ​ອື່ນ