ເລຂ​າ​ທິ​ການ​ໃຫ​ຍ່ ໂຕ​ເລິມ ມອບ​ຂໍ້​ຕົກ​ລົງ​ສ້າງ​ຕັ້ງ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ ອາ​ຍຸ​ການ 2026 – 2031

(VOVWORLD) - ຕອນເຊົ້າວັນທີ 10 ມີນາ, ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນກອງປະຊຸມປະກາດຂໍ້ຕົກລົງຂອງກົມການເມືອງສ້າງຕັ້ງສະພາທິດສະດີສູນກາງ ອາຍຸການ 2026 – 2031.
ເລຂ​າ​ທິ​ການ​ໃຫ​ຍ່ ໂຕ​ເລິມ ມອບ​ຂໍ້​ຕົກ​ລົງ​ສ້າງ​ຕັ້ງ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ ອາ​ຍຸ​ການ 2026 – 2031 - ảnh 1ບັນຍາກາດຂອງກອງປະຊຸມ

  ເມື່ອມອບຂໍ້ຕົກລົງຂອງຄະນະເລຂາທິການສູນກາງພັກບົ່ງຕົວຊັບຊ້ອນທ່ານ ຫງວຽນຊວັນຖັງ ດຳລົງຕຳແໜ່ງປະທານສະພາທິດສະດີສູນກາງ ອາຍຸການ 2026 – 2031, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ ການບູລະນະ ແລະ ເປີດຕົວສະພາທິດສະດີສູນກາງ ອາຍຸການ 2026 – 2031 ແມ່ນມີຄວາມໝາຍສຳຄັນທີ່ສຸດ, ສະແດງໃຫ້ເຫັນຈິດໃຈເປັນເຈົ້າການ, ຕັ້ງໜ້າ, ຮີບເຮັ່ງຈັດຕັ້ງປະຕິບັດນຳວຽກງານທິດສະດີຮ່ວມເດີນທາງພ້ອມກັບບັນດາໜ້າທີ່ໃຫຍ່ຂອງພັກ, ຂອງປະເທດຊາດ. ທ່ານເລຂາທິການໃຫຍ່ ໂຕເລິມ ປາດຖະໜາວ່າ:

ເລຂ​າ​ທິ​ການ​ໃຫ​ຍ່ ໂຕ​ເລິມ ມອບ​ຂໍ້​ຕົກ​ລົງ​ສ້າງ​ຕັ້ງ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ ອາ​ຍຸ​ການ 2026 – 2031 - ảnh 2ທ່ານເລຂາທິການໃຫຍ່ ໂຕເລິມ ມອບດອກໄມ້ອວຍພອນທ່ານ ຫງວຽນຊວັນຖັງ (ພາບ: VOV)

“ສະພາທິດສະດີສູນກາງຕ້ອງສືບຕໍ່ຢັ້ງຢືນ ແລະ ຍົກສູງບົດບາດເປັນແກ່ນສານໃນວຽກງານທິດສະດີຂອງພັກ, ໃນສັງກາດພັດທະນາໃໝ່ຂອງປະເທດຊາດ. ວຽກງານທິດສະດີນັບມື້ນັບມີຄວາມໝາຍສຳຄັນເປັນພິເສດ ເພາະວ່າທິດສະດີປະກອບສ່ວນສ້າງພື້ນຖານແນວຄິດ, ເຂັມຊີ້ທິດໃນການເຄື່ອນໄຫວຂອງພັກ ດ້ວຍວິໄສທັດຍຸດທະສາດຍາວນານ, ຂັ້ນຕອນການເຄື່ອນໄຫວໃນແຕ່ລະໄລຍະ, ແຕ່ລະຍຸກສະໄໝເພື່ອພັດທະນາປະເທດຊາດ.”

ຕອບກັບ

ຂ່າວ/ບົດ​ອື່ນ