ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ເລ​ຂາສູນ​ກາງ​ພັກ ກ່ຽວ​ກັບ​ການ​ເກັບ​ກຳ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ​ຕໍ່​ການ​ປັບ​ປຸງ​ລັດ​ຖະ​ທຳ​ມະ​ນູນ ປີ 2013

(VOVWORLD) -    “ເພີ່ມທະວີວຽກງານຕໍ່ສູ້ຕ້ານບັນດາຂໍ້ມູນທີ່ສົ່ງຜົນກະທົບຕໍ່ວິວັດທະນາການປັບປຸງລັດຖະທຳມະນູນ. ມອບໝາຍໃຫ້ຄະນະພັກສະພາແຫ່ງຊາດ ຊີ້ນຳບັນດາອົງການຮວບຮ່ວມຄຳເຫັນເພື່ອຖອດຖອນບົດຮຽນປະສົບການ, ສືບຕໍ່ຈັດຕັ້ງການເກັບກຳຄຳເຫັນຂອງປະຊາຊົນສຳລັບບັນດາບັນຫາໃຫຍ່ຂອງປະເທດຊາດໃນໄລຍະຈະມາເຖິງ.”
ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ເລ​ຂາສູນ​ກາງ​ພັກ ກ່ຽວ​ກັບ​ການ​ເກັບ​ກຳ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ​ຕໍ່​ການ​ປັບ​ປຸງ​ລັດ​ຖະ​ທຳ​ມະ​ນູນ ປີ 2013 - ảnh 1ກອງປະຊຸມຄະນະເລຂາສູນກາງພັກ

ຕອນບ່າຍວັນທີ 13 ພຶດສະພາ, ຢູ່ສຳນັກງານສູນກາງພັກ ຢູ່ຮ່າໂນ້ຍ, ທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ໄດ້ເປັນປະທານກອງປະຊຸມຄະນະເລຂາສູນກາງພັກ ກ່ຽວກັບການຜັນຂະຫຍາຍ ແລະ ສະພາບການເກັບກຳຄຳເຫັນຂອງປະຊາຊົນ, ຂະແໜງການທຸກຂັ້ນກ່ຽວກັບຮ່າງເອກະສານປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນປີ 2013. ໃນກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງໃຫ້ຍູ້ໄວການໝູນໃຊ້ດີຈີຕອນ, ວິທະຍາສາດ, ເຕັກໂນໂລຢີເຂົ້າໃນວິວັດທະນາການເກັບກຳຄຳເຫັນຂອງປະຊາຊົນ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບທີ່ໄດ້ມອບໝາຍແລ້ວ ຕ້ອງປະຕິບັດວຽກງານສັງລວມໃຫ້ເປັນຢ່າງດີ, ຮັບປະກັນລັກສະນະພາວະວິໄສເນື້ອໃນຄຳເຫັນເຊິ່ງປະຊາຊົນປະກອບ, ລາຍງານຕໍ່ສະພາແຫ່ງຊາດພິຈາລະນາ ແລະ ຕັດສິນ:

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ເລ​ຂາສູນ​ກາງ​ພັກ ກ່ຽວ​ກັບ​ການ​ເກັບ​ກຳ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ​ຕໍ່​ການ​ປັບ​ປຸງ​ລັດ​ຖະ​ທຳ​ມະ​ນູນ ປີ 2013 - ảnh 2ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນໃນການເຮັດວຽກ

        “ເພີ່ມທະວີວຽກງານຕໍ່ສູ້ຕ້ານບັນດາຂໍ້ມູນທີ່ສົ່ງຜົນກະທົບຕໍ່ວິວັດທະນາການປັບປຸງລັດຖະທຳມະນູນ. ມອບໝາຍໃຫ້ຄະນະພັກສະພາແຫ່ງຊາດ ຊີ້ນຳບັນດາອົງການຮວບຮ່ວມຄຳເຫັນເພື່ອຖອດຖອນບົດຮຽນປະສົບການ, ສືບຕໍ່ຈັດຕັ້ງການເກັບກຳຄຳເຫັນຂອງປະຊາຊົນສຳລັບບັນດາບັນຫາໃຫຍ່ຂອງປະເທດຊາດໃນໄລຍະຈະມາເຖິງ.”

ວັນຫຽວ

ຕອບກັບ

ຂ່າວ/ບົດ​ອື່ນ