ເວທີປາໄສການເດີນທະເລອາຊຽນຄັ້ງທີ 3

ເວທີປາໄສການເດີນທະເລອາຊຽນຄັ້ງທີ 3 - ảnh 1
​ເວທີ​ປາ​ໄສການ​ເດີນ​ທະ​ເລ​ອາ​ຊຽນຄັ້ງ​ທີ 3 (AMF 3)
(ພາບ: AFP)

(vovworld) -     ​ເວທີ​ປາ​ໄສການ​ເດີນ​ທະ​ເລ​ອາ​ຊຽນຄັ້ງ​ທີ 3 (AMF 3) ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 3/10 ຢູ່​ນະຄອນ​ຫຼວງ​ມາ​ນີລາ, ປະ​ເທດ​ຟີ​ລິບ​ປີນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ​ແລະ ວົງ​ການ​ຜູ້​ຊ່ຽວຊານ​ການ​ເດີນ​ທະ​ເລ ທີ່​ມາ​ຈາກ​ບັນ​ດາ​ປະ​ເທດ​ອາຊີ​ຕາ​ເວນ​ອອກສ່ຽງ​ໃຕ້. ​ໂຄງການ​ດຳ​ເນີນ​ງານ​ຂອງ​ເວທີ​ປາ​ໄສ​ໄດ້​ສຸມ​ໃສ່​ເຂົ້າ​ໃນ​ມາດຕະການ​ຊຸກຍູ້​ການ​ສຳພັນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ ​ແລະ ຄວາມ​ສະຫງົບປອດ​ໄພ​ໃນ​ພາກ​ພື້ນກວ່າ​ອີກ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ປະ​ເທດ​ເຈົ້າພາບ Erlinda Basilio ​ໃຫ້​ຮູ້​ວ່າ ດ້ວຍ​ບົດບາດ​ໜ້າ​ທີ່​ແມ່ນ​ເວທີ​ປາ​ທຳ​ອິດ​ທີ່​ປຶກສາ​ຫາລື​ບັນດາ​ບັນຫາ​ການ​ເດີນ​ທະ​ເລ​ທີທີ່​ກ້າວ​ກ່າຍ​ກັນ, AMF 3 ​ເພື່ອ​ແນ​ໃສ່​ຈຸດໝາຍ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ການ​ເດີນ​ທະ​ເລ​ໃນ​ຂອບ​ເຂດ​ປະຊາ​ຄົມ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ​ອາ​ຊຽນ. ບັນດາ​ວາລະ​ປະຊຸມ​ຈະ​ສຸມ​ໃສ່​ປຶກສາ​ຫາລື​ເລື່ອງ​ຮັບປະກັນ​ການ​​ເດີນ​ທະ​ເລ​ຢ່າງເສລີ ​ແລະ ຕ້ານ​ໂຈນ​ສະ​ລັດ, ຮັບປະກັນ​ສິ່ງ​ແວດ​ລ້ອມ​ທາງ​ທະ​ເລ, ຊຸກຍູ້​ການທ່ອງທ່ຽວ​ຊີວະ​ພາບ ​ແລະ ບັນດາ​ກົນ​​ໄກ​ຫາ​ປາ​ຢູ່​ເຂ​ດອາຊີ​ຕາ​ເວັນ​ອອກ. ຜູ້ຕາງໜ້າ​ຂອງ​ບັນດາ​ຄູ່​ຮ່ວມມື​ເຈລະຈາ​ອາ​ຊຽນ, ​ໃນ​ນັ້ນ​ມີ ຍີ່ປຸ່ນ, ຈີນ ​ແລະ ອາ​ເມ​ລິ​ກາກໍຈະ​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລື​ຕ່າງໆກ່ຽວ​ກັບ​ເວທີ​ປາ​ໄສ​ການ​ເດີນ​ທະ​ເລ​ອາ​ຊຽນ​ເປີດ​ກວ້າງ​ຄັ້ງ​ທີ 1 ​ໃນ​ວັນ​ທີ 5/10.

ຂ່າວ/ບົດ​ອື່ນ