ເວທີປາໄສນັກປັນຍາຊົນຫວຽດນາມຢູ່ຕ່າງປະເທດກັບການພັດທະນາເສດຖະກິດແລະເຊື່ອມໂຍງ
ພາບປະກອບ
|
(vovworld) - ວັນທີ 7/6, ຄະນະເສດຖະກິດສູນກາງ, ຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ກະຊວງການຕ່າງປະເທດຈະຈັດຕັ້ງ “ເວທີປາໄສນັກຊ່ຽວຊານ, ນັກປັນຍາຊົນ ຫວຽດນາມ ຢູ່ຕ່າງປະເທດ ກັບການພັດທະນາເສດຖະກິດ ແລະ ເຊື່ອມໂຍງຂອງ ຫວຽດນາມ ໄລຍະ 2016 - 2020” ດ້ວຍຫົວຂໍ້ວ່າ “ຍົກສູງກຳລັງຄວາມສາມາດແກ່ງແຍ້ງຂອງ ຫວຽດນາມ ໃນພື້ນຖານເສດຖະກິດທົ່ວໂລກ”. ເວທີປາໄສດຶງດູດການເຂົ້າຮ່ວມຂອງຜູ້ແທນທັງພາຍໃນ ແລະ ຕ່າງປະເທດກ່ວາ 100 ທ່ານ, ໃນນັ້ນມີບັນດານັກຊ່ຽວຊານເສດຖະກິດ, ການເງິນ, ກົດໝາຍ, ບໍລິຫານແຫ່ງລັດແມ່ນຊາວ ຫວຽດນາມ ພວມອາໄສຢູ່ຕ່າງປະເທດ. ເວທີປາໄສຈັດຕັ້ງເພື່ອແນໃສ່ລະດົມຄວາມຮູ້ຂອງນັກຊ່ຽວຊານຊາວ ຫວຽດນາມ ຢູ່ຕ່າງປະເທດ ແລະ ບົດຮຽນສາກົນກ່ຽວກັບການກຳນົດນະໂຍບາຍເສດຖະກິດມະຫາພາກ, ຍຸດທະສາດພັດທະນາເສດຖະກິດ ແລະ ຊ່ວຍຍົກສູງກຳລັງຄວາມສາມາດແກ່ງແຍ້ງ ແລະ ການເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ.