ເວທີປາໄສອຸດສາຫະກຳປ້ອງກັນຊາດຫວຽດນາມ-ອິດສະຣາແອນ
ພົນເອກໂງຊວນລິກ ແລະ ທ່ານປະທານາທິບໍດີ ອິດສະຣາແອນ
Reuven Ruvi Rivlin
|
(vovworld)- ຕອນເຊົ້າວັນທີ 21/3 ຢູ່ ຮ່າໂນ້ຍ, ກົມໃຫຍ່ອຸດສາຫະກຳປ້ອງກັນຊາດ - ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ອົງການຮ່ວມມື ແລະ ສົ່ງອອກດ້ານ ປ້ອງກັນຊາດ ອິດສະຣາແອນ ໄດ້ຈັດຕັ້ງເວທີປາໄສອຸດສາຫະກຳປ້ອງກັນຊາດຫວຽດນາມ - ອິດສະຣາແອນ. ປະທານາທິບໍດີ ອິດສະຣາແອນ Reuven Ruvi Rivlin, ພົນເອກ ໂງຊວນລີກ, ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຮ່ວມເວທີປາໄສ. ນະທີ່ນີ້, ສອງຝ່າຍແນະນຳໂດຍສັງເຂບກ່ຽວກັບສະພາບການພັດທະນາພື້ນຖານອຸດສາຫະກຳປ້ອງກັນຊາດຂອງແຕ່ລະປະເທດ ແລະ ຕີລາຄາໝາກຜົນການຮ່ວມມືລະຫວ່າງບັນດາວິສາຫະກິດປ້ອງກັນຊາດລະຫວ່າງສອງປະເທດໃນໄລຍະຜ່ານມາ. ພ້ອມທັງຢືນຢັນຄວາມສາມາດບົ່ມຊ້ອນ ແລະ ຄວາມຕ້ອງການຮ່ວມມືລະຫວ່າງຫວຽດນາມ ແລະ ອິດສະຣາແອນ ຍັງໃຫຍ່ຫລວງຢູ່, ປາດຖະຫນາວ່າ ໃນໄລຍະຈະມາເຖິງ ສອງຝ່າຍສືບຕໍ່ເປີດກວ້າງການພົວພັນຮ່ວມມື, ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແບ່ງປັນບົດຮຽນໃນຂົງເຂດອຸດສາຫະກຳປ້ອງກັນຊາດ, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືມິດຕະພາບລະຫວ່າງກອງທັບ ແລະ ປະຊາຊົນສອງປະເທດຫວຽດນາມ - ອິດສະຣາແອນ.