(vovworld) – ເວທີປາໄສຮ່ວມມືເສດຖະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ - ຊອກຈັງ ຖືກຈັດຂຶ້ນໃນທ້າຍປີ 2014 ນີ້, ຂ່າວດັ່ງກ່າວໂດຍທ່ານ ຫງວຽນຟອງກວາງ, ຮອງຫົວໜ້າຄະນະປະຈຳຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ ຢືນຢັນໃນວັນທີ 6/3. ເວທີປາໄສຮ່ວມມືເສດຖະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ - ຊອກຈັງ ຄັ້ງທີ 8 (ເຊິ່ງເອີ້ນຫຍໍ້ວ່າ MDEC - ຊອກຈັງ ປີ 2014), ໂດຍແຂວງ ຊອກຈັງ ເປັນເຈົ້າພາບຈັດຕັ້ງ, ຄາດວ່າຈະຈັດຂຶ້ນໃນເດືອນ 11/2014 ດ້ວຍຫົວຂໍ້ “ສ້າງໂຄງປະກອບກະສິກຳຄືນໃໝ່ ຕິດພັນກັບການກໍ່ສ້າງຊົນນະບົດໃໝ່ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ”. ຈຸດໝາຍຂອງເວທີປາໄສຄັ້ງນີ້ ແມ່ນເພື່ອແນໃສ່ຊຸກຍູ້ໂຄສະນາພາບພົດ ແລະ ຄວາມສາມາດບົ່ມຊ້ອນ, ທ່າແຮງຂອງເຂດ, ເພີ່ມທະວີການຮ່ວມມືເສດຖະກິດ, ສ້າງບັນດາແຜນການຮ່ວມມືລະຫວ່າງບັນດາແຂວງ, ນະຄອນໃນເຂດ ກັບບັນດາແຂວງ, ນະຄອນ ໃນທົ່ວປະເທດ ແລະ ກັບບັນດາກະຊວງ, ຂະແໜງການສູນກາງ. ຜ່ານເວທີປາໄສຄັ້ງນີ້, ບັນດາທ້ອງຖີ່ນໃນເຂດ ສາມາດຍູ້ແຮງການຮ່ວມມືສົ່ງເສີມການຄ້າ, ສົ່ງເສີມລົງທຶນການທ່ອງທ່ຽວ, ຂຸດຄົ້ນບັນດາແຫ່ງກຳລັງທີ່ມີຢູ່ແລ້ວຂອງຕົນຢ່າງມີປະສິດທິຜົນ, ນຳມາເຊິ່ງການເຕີບໂຕແບບຍືນຍົງ. ນີ້ແມ່ນຄັ້ງທີ 8 ທີ່ MDEC ໄດ້ຮັບການຈັດຕັ້ງນັບແຕ່ປີ 2007 ມາຮອດປະຈຸບັນ.