ເສດຖະກິດຫວຽດນາມ2017ສືບຕໍ່ເຕີບໂຕເປັນປົກກະຕິ
(ພາບປະກອບ)
(vovworld) – ທີ່ກອງປະຊຸມສຳມະນາ “ແງ່ຫວັງເສດຖະກິດປີ 2017” ໂດຍສະໂມສອນຜູ້ອຳນວຍການບໍລິຫານນະຄອນ ໂຮ່ຈີມິນ (CEO - CLUB) ຈັດຕັ້ງໃນຕອນບ່າຍວັນທີ 11/11. ບັນດານັກຊ່ຽວຊານດ້ານເສດຖະກິດຖືວ່າ: ປີ 2017 ເສດຖະກິດ ຫວຽດນາມ ຈະສືບຕໍ່ເຕີບໂຕເປັນປົກກະຕິ. ໃນນັ້ນ ຫວຽດນາມ ຄວນເອົາໃຈໃສ່ຍົກສູງສະມັດຕະພາບການອອກແຮງງານ ເພາະປະຈຸບັນພວມຕ່ຳກ່ວາເມື່ອທຽບໃສ່ຫລາຍປະເທດໃນພາກພື້ນ; ນະຄອນ ໂຮ່ຈີມິນ ຄວນຍູ້ແຮງພື້ນຖານໂຄງລ່າງ ເພື່ອດຶງດູດການລົງທຶນ, ສ້າງທ່າພັດທະນາ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານນາງ ຫງວຽນທິຮົ່ງ ຮອງຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ ຢືນຢັນວ່າ:
“ທະນາຄານແຫ່ງລັດຢືນຢັນວ່າປີນີ້ ແລະ ປີ 2017 ຈະບໍລິຫານເງິນຕາໃຫ້ຢຶດໝັ້ນກັບຈຸດໝາຍຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ປະຕິບັດບັນດານະໂຍບາຍໜູນຊ່ວຍການເຕີບໂຕເສດຖະກິດໃຫ້ເໝາະສົມ, ແຕ່ກໍ່ຕ້ອງມີຄວາມລະມັດລະວັງກັບໄພເງິນເຟີ້. ພວກຂ້າພະເຈົ້າເອົາໃຈໃສ່ເປັນພິເສດເຖິງຄວາມສະຖຽນລະພາບ, ຄວາມປອດໄພໃນການເຄື່ອນໄຫວຂອງລະບົບທະນາຄານ”.