(vovworld) - ວັນທີ 21/05, ຢູ່ຮ່າໂນ້ຍ, ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ແລະ ກະຊວງແຜນການ ແລະ ການລົງທຶນຫວຽດນາມ ໄດ້ຈັດພິທີລົງນາມໂຄງການສົມທົບກັນ “ເສີມຂະຫຍາຍບົດບາດຂອງຊາວໜຸ່ມໃນການເຂົ້າຮ່ວມການກໍ່ສ້າງ ແລະ ພັດທະນາເສດຖະກິດລວມໝູ່ໄລຍະປີ 2013 - 2017”. ກ່າວຄຳເຫັນທີ່ພິທີລົງນາມ, ທ່ານຫງວຽນດັກວິງ, ເລຂາທີໜຶ່ງສູນກາງຊາວໜຸ່ມ ໃຫ້ຮູ້ວ່າ; ໃນໄລຍະຜ່ານມາ, ພາຍໃຕ້ການໜູນຊ່ວຍຂອງກະຊວງແຜນການ ແລະ ການລົງທຶນ, ຄະນະຊາວໜຸ່ມໄດ້ກໍ່ສ້າງໄດ້ບັນດາແຜນຮ່າງຄື; ຄະນະຊາວໜຸ່ມເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່, ໄວໜຸ່ມກັບວັດທະນະທຳຄົມມະນາຄົມ, ແຜນຮ່າງໝູ່ບ້ານໄວໜຸ່ມກໍຮ່າງສ້າງຕົວ... ທ່ານຫງວຽນດັກວິງ ຖືວ່າ.
“ໃນສະພາບຕົວຈິງ ບັນດາອົງການຊາວໜຸ່ມຂັ້ນຮາກຖານ ກໍຄືຊາວໜຸ່ມສຳຜັດກັບວຽກງານນີ້ໃນເບື້ອງຕົ້ນ. ທີ່ໜຶ່ງແມ່ນ ສ້າງບັນດາກຸ່ມຮ່ວມມືປະຕິບັດການບໍລິການກະສິກຳຕ່າງໆ ຊາວໜຸ່ມໃນປະຈຸບັນກໍມີສະຕິເຊິ່ງກັນ ແລະ ກັນໃນການກູ້ຢືມທຶນ, ຫຼື ຊອກຫາບັນດາແຫຼ່ງທຶນເພື່ອຊື້ເຄື່ອງຈັກກະສິກຳ ເພື່ອເຂົ້າຮ່ວມບັນດາການບໍລິການກະສິກຳ. ໃນໄລຍະມໍ່ໆມານີ້ ໄວໜຸ່ມໄດ້ເຕົ້າໂຮມກັນເພື່ອກູ້ຢືມທຶນ ແລະ ຈັດຕັ້ງບັນດາຮູບແບບລ້ຽງ, ປູກສິນໃນນ້ຳ ດ້ວຍທຶນບໍ່ຫຼາຍປານໃດ ແຕ່ໄດ້ຂະຫຍາຍຮູບການໃຫ້ແກ່ຕົນ”.