ເສີມຂະຫຍາຍບົດບາດຂອງຜູ້ມີອິດທິພົນຊື່ສຽງຊາວເຜົ່າ ຂະແມ ເພື່ອສ້າງຄວາມເຫັນດີເຫັນພ້ອມ, ເປັນເອກະພາບສູງ

(VOVWORLD) - ຢູ່ຕາແສງ ຊອງລົກ, ທ້ອງຖິ່ນທີ່ມີພໍ່ແມ່ປະຊາຊົນຊາວເຜົ່າ ຂະແມ ພວມດຳລົງຊີວິດ, ວຽກງານກະກຽມໄດ້ຮັບການຜັນຂະຫຍາຍຢ່າງເຂັ້ມງວດ, ເໝາະສົມກັບຄວາມເປັນເອກະລັກສະເພາະຂອງບໍລິເວນ.
ເສີມຂະຫຍາຍບົດບາດຂອງຜູ້ມີອິດທິພົນຊື່ສຽງຊາວເຜົ່າ ຂະແມ ເພື່ອສ້າງຄວາມເຫັນດີເຫັນພ້ອມ, ເປັນເອກະພາບສູງ - ảnh 1ແຂວງ ວິງລອງ ພວມມຸ່ງໄປເຖິງການເລືອກຕັ້ງ
(ພາບ: TTXVN)

ເພື່ອມຸ່ງໄປເຖິງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031, ແຂວງ ວິງລອງ ພວມສຸມໃສ່ຜັນຂະຫຍາຍບັນດາບາດກ້າວກະກຽມຢ່າງຄົບຊຸດຖືກຕາມຂໍ້ກຳນົດ. ໃນນັ້ນ, ເລື່ອງເສີມຂະຫຍາຍບົດບາດຂອງຜູ້ມີອິດທິພົນຊື່ສຽງ, ພະນັກງານຂັ້ນຮາກຖານ, ສະມາຊິກພັກທີ່ເປັນຊາວເຜົ່າ ຂະແມ ໄດ້ຮັບການກຳນົດວ່າ ມີການປະກອບສ່ວນສຳຄັນສ້າງຄວາມເຫັນດີເຫັນພ້ອມ, ຄວາມເປັນເອກະພາບສູງໃນປະຊາຊົນ.

ຢູ່ຕາແສງ ຊອງລົກ, ທ້ອງຖິ່ນທີ່ມີພໍ່ແມ່ປະຊາຊົນຊາວເຜົ່າ ຂະແມ ພວມດຳລົງຊີວິດ, ວຽກງານກະກຽມໄດ້ຮັບການຜັນຂະຫຍາຍຢ່າງເຂັ້ມງວດ, ເໝາະສົມກັບຄວາມເປັນເອກະລັກສະເພາະຂອງບໍລິເວນ. ຄະນະຊີ້ນຳການເລືອກຕັ້ງຕາແສງໄດ້ຮັບການສ້າງຕັ້ງຂຶ້ນດ້ວຍສະມາຊິກ 25 ທ່ານ; ຄະນະກຳມະການເລືອກຕັ້ງຕາແສງລວມມີ 17 ທ່ານ; 8 ຫົວໜ່ວຍເລືອກຕັ້ງ ແລະ 24 ໜ່ວຍເລືອກຕັ້ງໄດ້ສ້າງຕັ້ງໃຫ້ສຳເລັດຖືກຕາມຂໍ້ກຳນົດ.

ຕາແສງໄດ້ກະກຽມບັນດາເງື່ອນໄຂທາງດ້ານວັດຖຸ, ສະຖານທີ່ພົບປະກັບຜູ້ມີສິດເລືອກຕັ້ງ, ຂົນຂວາຍເລືອກຕັ້ງ; ສ້າງແຜນການຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມໃນຕະຫຼອດວິວັດການເລືອກຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ