ເຫດຍິງປືນຢູ່ໂຮງຮຽນມັດທະຍົມຢູ່ ການາດາ, ເຮັດໃຫ້ 10 ຄົນເສຍຊີວິດ
(VOVWORLD) - ຕຳຫຼວດລາຊະອານາຈັກ ການາດາ ໃຫ້ຮູ້ວ່າ ມີເຫດຍິງປືນໄດ້ເກີດຂຶ້ນຢ່າງຮ້າຍແຮງຢູ່ແຂວງ British Columbia, ການາດາ, ໃນວັນທີ 10 ກຸມພາ (ຕາມເວລາທ້ອງຖິ່ນ) ເຊິ່ງເຮັດໃຫ້ມີ 10 ຄົນເສຍຊີວິດ, ລວມທັງຜູ້ຖືກສົງໄສ ແລະ ນັບສີບຄົນຮັບບາດເຈັບ.
ຕາມຕຳຫຼວດລາຊະອານາຈັກ ການາດາ ແລ້ວ, ເຫດການເກີດຂຶ້ນໃນເວລາປະມານ 13 ໂມງ 20 ນາທີ ຂອງວັນທີ 10 ກຸມພາ, ມີ 6 ຄົນເສຍຊີວິດໃນໂຮງຮຽນ Tumbler Ridge; ອີກ 2 ຄົນແມ່ນຢູ່ເຮືອນໃກ້ໆນັ້ນ ແລະ 1 ຄົນເສຍຊີວິດໃນເວລານຳສົ່ງໄປໂຮງໝໍ. ຜູ້ຖືກສົງໄສຄົນໜຶ່ງກໍ່ຊອກເຫັນໃນສະພາບເສຍຊີວິດຍ້ອນຖືກບາດເຈັບໂດຍເຮັດເອງ ແລະ ຢືນຢັນວ່າ ບໍ່ມີຜູ້ຖືກສົງໄສໃດຕື່ມອີກ ຫຼື ຄວາມສ່ຽງນາບຂູ່ໃດຕໍ່ມະຫາຊົນ.
ປະຈຸບັນ, ອົງການທີ່ມີໜ້າທີ່ພວມສືບສວນເພື່ອເຮັດແຈ້ງສະພາບການຜັນຜວນ ແລະ ສາຍເຫດຂອງເຫດດັ່ງກ່າວ.