ເຫດວາງລະເບີດ ຢູ່ ອີຣັກ ເຮັດໃຫ້ນັບສິບຄົນເສຍຊີວິດ
(ພາບ:AP)
(vovworld) - ວັນທີ 4/2, ມີຜູ້ເສຍຊີວິດ 23 ຄົນ ແລະ ຖືກບາດເຈັບປະມານ 49 ຄົນ ໃນເຫດວາງລະເບີດສະຫຼະຊີບທີ່ເລັ່ງໃສ່ກຸ່ມສະມາຊິກ “ສະພາຕື່ນສະຕິ” ທີ່ມີແຜນນະໂຍບາຍຕ້ານ Al Qaede ຢູ່ ອີຣັກ. ເຫດການດັ່ງກ່າວເກີດຂຶ້ນໃນຕອນທ່ຽງ ເມື່ອຜູ້ວາງລະເບີດສະຫຼະຊີບຈູດລະເບີດເຊື່ອງຢູ່ໃນເຊື້ອແວັດຢູ່ບ່ອນເຕົ້າໂຮມບັນດາສະມາຊິກຂອງສະພາຕື່ນສະຕິຕ້ານ Al Qaede, ທີ່ພວມໄປຮັບເງິນເດືອນໃກ້ກັບຖານທີ່ໝັ້ນທະຫານແຫ່ງໜຶ່ງ ຢູ່ເທດສະບານເມືອງ Taji, ຫ່າງຈາກນະຄອນຫຼວງ ແບດແດດ ໄປທາງພາກເໜືອປະມານ 20 ກມ. ປະຈຸບັນ, ບໍ່ທັນມີກຸ່ມໃດກ່າວຮັບຜິດຊອບຕໍ່ເຫດວາງລະເບີດທີ່ນອງເລືອດດັ່ງກ່າວເທື່ອ.