ເຫດໄຟໄໝ້ຢູ່ໂຮງເຕັ້ນລຳທີ່ບຣາຊິນ ເຮັດໃຫ້ 200 ຄົນເສຍຊີວິດ

ເຫດໄຟໄໝ້ຢູ່ໂຮງເຕັ້ນລຳທີ່ບຣາຊິນ ເຮັດໃຫ້ 200 ຄົນເສຍຊີວິດ - ảnh 1

(ພາບ: vtv.vn)

(vovworld)- ຈຳນວນ​ຜູ້​ປະສົບ​ເຄາະ​ຮ້າຍ​ໃນ​ເຫດໄຟ​ໄໝ້​ຢູ່​​ໂຮງ​ເຕັ້ນລຳ​ເມື່ອ​ວັນ​ທີ 27/1 ຢູ່​ນະຄອນ Santa Maria ທາ​ງພາກ​ໃຕ້ບຣາຊິນ ​ໄດ້​ຂຶ້ນ​ເຖິງ​ຢ່າງ​ໜ້ອຍ​ສຸດ 245 ຄົນ​ແລ້ວ. ບໍ່​ທັນ​ຮູ້​ແຈ້ງ​ສາຍ​ເຫດ​ຕົ້ນຕໍທີ່​ຊັດ​ເຈນ​ຂອງ​​ເຫດ​ອັກຄີໄພດັ່ງກ່າວ​ເທື່ອ​ແຕ່​ຕາມ​ສື່​ມວນ​ຊົນ​ບຣາຊິນ ​ແລ້ວ, ​ເຫດການ​ໄຟ​ໄໝ້​ໄດ້​ເກີ​ດຂຶ້ນ​ໃນ​ເວລາ​ປະມານ 2 ​ໂມງ​ເຊົ້າຕາມ​ເວລາ​ທ້ອງ​ຖິ່ນ ຂະນະ​ທີ່​​ໂຮງ​ເຕັ້ນລຳ “Kiss“ ພວມ​ຈັດ​ງານ​ລ້ຽງ​ໃຫ້​ແກ່​ນັກ​ສຶກສາ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ວົງ​ດົ​ນຕີ Rock ຊື່​ງ​ໄດ້​ສະ​ແດງ​ພ້ອມ​ກັບການ​ຍິງ​ບັ້ງ​ໄຟ​ດອກ. ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍຖືກ​ເສຍ​ຊີວິດ​ຍ້ອນ​ແຫ​ຍ້ຢຽບ​​ກັນ, ບໍ່​ສາມາດ​ຫັນ​ໃຈ​ໄດ້. ​ປະຈຸ​ບັນ, ວຽກ​ງານ​ຊອກ​ຫາ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ພວມ​ສື​ບຕໍ່​ໄດ້​ຮັບ​ການ​ດຳ​ເນີນ. ປະທານາທິບໍດີ​ບຣາຊິນ Dilma Rousseff ​ໄດ້​ຫລຸດ​ເວລາ​ໄປ​ຢ້ຽມຢາມ​ຈີ​ເລ ​ໃຫ້ສັ້ນລົງ​ເພື່ອ​ກັບ​ເມືອ​ປະ​ເທດ​ແກ້​ໄຂ​ເຫດການ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ