ເອີລົບຍັງບໍ່ທັນກຽມພ້ອມລົງໂທດດ້ານເສດຖະກິດເພີ່ມເຕີມຕ້ານລັດເຊຍ

ເອີລົບຍັງບໍ່ທັນກຽມພ້ອມລົງໂທດດ້ານເສດຖະກິດເພີ່ມເຕີມຕ້ານລັດເຊຍ - ảnh 1
(ພາບປະກອບ)

(vovworld)- ວັນ​ທີ 5/5, ​ໂຄສົກ​ສະພາ​ເອີ​ລົບ​ໃຫ້​ຮູ້​ວ່າ : ສິ້ນ​ສຸດ​ກອງ​ປະຊຸມ​ຢູ່​ບຣຸກ​ແຊນ ປະ​ເທດ​ແບນ​ຊິກ, ຜູ້ຕາງໜ້າ 28 ປະ​ເທດພາຄີສະຫະພາບເອີລົບ EU ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ນຳ​ໃຊ້​ບັນດາ​ມາດ​ຕະການ​ລົງ​ໂທດ​ເພີ່ມ​ເຕີມຕ້ານ​ລັດ​ເຊຍ. ຄາດ​ຄະ​ເນ​ວ່າ ລັດຖະມົນຕີ​ການ​ຕ່າງປະ​ເທດ​ບັນດາ​ປະ​ເທດ EU ຈະ​ສືບ​ຕໍ່​ປຶກສາ​ຫາລື​ບັນຫາ​ນີ້​ໃນ​ວັນ​ທີ 12/5 ຢູ່ ບຣຸກ​ແຊນ.

   ​ໃນ​ຂະນະ​ນັ້ນ, ບັນດາ​ປະ​ເທດ​ຄື ​ເກຼັກ, ບຸນ​ກາຣີ, ຮຸ່ງ​ກາຣີ, ລຸກ​ຊຳ​ບວກ, ​ໂອ​ຕະລິດ, ​ແອັດສປາຍ, ປອກຕຸຍ​ການ, ມານ​ຕາ...ຍັງ​ຄົງ​ຄັດຄ້ານການນຳ​ໃຊ້​ບັນດາ​ມາດ​ຕະການ​ລົງ​ໂທດ​ດ້ານ​ເສດຖະກິດ-ການ​ເງິນຕ້ານ​ລັດ​ເຊຍ. ຮອງ​ປະທານ​ຄະນະ​ກຳມະການ​ເອີ​ລົບ Seem Kallac ຖື​ວ່າ ການນຳ​ໃຊ້​ບັນດາ​ມາດ​ຕະການ​ລົງ​ໂທດ​ດ້ານ​ເສດຖະກິດຕ້ານ​ລັດ​ເຊຍ ອາດ​ຈະ​ກໍ່​ຜົນ​ຮ້າຍ​ຢ່າງ​ໜັກໜ່ວງ​ທີ່​ມີ​ຕໍ່​ພື້ນຖານ​ເສດຖະກິດ​ເອີ​ລົບ. 

ຂ່າວ/ບົດ​ອື່ນ