ຕຳຫຼວດໄດ້ຜັນຂະຫຍາຍຢູ່ຫຼາຍບ່ອນ
(ພາບ: EPA/TTXVN)
|
(vovworld) – ວັນທີ 28/12, ບັນດາປະເທດ ເອີລົບ ໄດ້ເພີ່ມທະວີບັນດາມາດຕະການປ້ອງກັນຄວາມສະຫງົບ, ພິເສດແມ່ນກ່ອນຈຸດເວລາຕ້ອນຮັບປີໃໝ່ 2017 - ເຊິ່ງແມ່ນຈຸດເວລາເຄີຍເກີດໄພບຸກໂຈມຕີກໍ່ການຮ້າຍ. ຢູ່ລັດເຊຍ, ວົງການເຈົ້າໜ້າທີ່ນະຄອນ ມົດສກູ ໄດ້ຕົກລົງຮັດແໜ້ນຄວາມໝັ້ນຄົງໃນທົ່ວນະຄອນ. ຕຳຫຼວດ 10.000 ຄົນໄດ້ຮັບການເພີ່ມທະວີການມີໜ້າຢູ່ບັນດາຕະຫຼາດຂາຍເຄື່ອງ ຄິດສມາດ ກໍ່ຄືບັນດາຮ້ານຂາຍເຄື່ອງທີ່ລະນຶກ. ມີຫຼາຍມາດຕະການຮັບປະກັນຄວາມປອດໄພຢ່າງເຂັ້ມງວດກໍ່ໄດ້ຮັບການຜັນຂະຫຍາຍຢູ່ສະຖານທີ່ສາທາລະນະໃນນະຄອນຍ້ອນຈຳນວນແຂກທ່ອງທ່ຽວເພີ່ມຂຶ້ນຢ່າງແຮງໃນໂອກາດວັນບຸນທີ່ແກ່ຍາວຮອດວັນທີ 9/1/2017. ສ່ວນຢູ່ເຢຍລະມັນ, ອຳນາດການປົກຄອງນະຄອນ Cologne ກໍ່ຍູ້ແຮງບັນດາມາດຕະການຮັບປະກັນຄວາມໝັ້ນຄົງກ່ອນຈຸດເວລາຕ້ອນຮັບປີໃໝ່ພາຍຫຼັງການບຸກໂຈມຕີຢູ່ ແບກລີງ ໃນອາທິດກ່ອນ. ມີລົດຂົນສົ່ງ 10 ຄັນໄດ້ຕິດທໍ່ສີດນ້ຳ ແລະ ບັນດາຮົ້ວເບຕົງໄດ້ຕັ້ງຢູ່ເຂດຄວາມໝັ້ນຄົງທີ່ມີຄວາມສະດຸງໄວ້.