ເຮັດໃຫ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ບູນກາຣີ ໃຫ້ເລິກເຊິ່ງຂຶ້ນເຕີມ

ເຮັດໃຫ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ບູນກາຣີ ໃຫ້ເລິກເຊິ່ງຂຶ້ນເຕີມ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ສ.ບູນກາຣີ Plamen Oresharski
ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ)


(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່າ​ນນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ, ທ່ານ​ນາຍົກລັດຖະມົນຕີ ສ.ບູນກາຣີ Plamen Oresharski ​ແລະ ພັນ​ລະ​ຍາ, ຈະ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 06 – 09/04.

        ນັບ​ແຕ່​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ກັບ​ຫວຽດນາມ ​ເມື່ອ​ວັນ​ທີ 08/02/1950, ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ບູນກາຣີ ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ດີງາມ. ບູນ​ກາຣີ ​ແມ່ນ​ໜຶ່ງ​ໃນ​ຈຳນວນ 10 ປະ​ເທດ​ໃນ​ໂລກ ຮັບຮູ້ ​ແລະ ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ກັບ​ຫວຽດນາມ. ການ​ຮ່ວມ​ມື​ດ້ານ​​ເສດຖະກິດ, ການ​ຄ້າ​ລະຫວ່າງ 2 ປະ​ເທດ​ໃນ​ຊຸມ​ປີມໍ່ໆມາ​ນີ້​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຕັ້ງໜ້າ, ມີ​ຄວາມ​ສະຖຽນ​ລະ​ພາບ. ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ​ໃນ​ບັນດາ​ຂົງ​ເຂດ​ອື່ນໆ​ຄື, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ການ​ສຶກສາ​ບຳລຸງ​ສ້າງ, ວັດທະນະທຳ ກໍ່​ບັນລຸ​​ໄດ້​ບັນດາ​ໝາກຜົນ​ອັນ​ດີງາມ. 2 ຝ່າຍ​ພວມ​ຕັ້ງໜ້າ​ຜັນ​ຂະຫຍາຍ “​ໂຄງການ​ຮ່ວມ​ມື​ດ້ານ​ການ​ສຶກສາ​ໄລຍະ 2012 - 2016”. 2 ປະ​ເທດ​ກໍ່​ມີ​ການ​ຮ່ວມ​ມື​ທີ່​ດີ ທີ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ.

        ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາຍົກລັດຖະມົນຕີ ບູນ​ກາຣີ ​ແມ່ນ​ໂອກາດ​ເພື່ອ​ໃຫ້ການ​ນຳ 2 ປະ​ເທດ​ແລກປ່ຽນ​ບັນດາ​ມາດ​ຕະການ​ຊຸກຍູ້ ​ແລະ ​ເຮັດ​​ໃຫ້ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ຫວຽດນາມ - ບູນ​ກາຣີ, ພິ​ເສດ​ແມ່ນ​​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນຍິ່ງ​ເລິກ​ເຊິ່ງຂຶ້ນ​ຕື່ມ.

ຂ່າວ/ບົດ​ອື່ນ