
ພາບປະກອບ
|
(vovworld) – ວັນທີ 6/1, ຄະນະປະຕິບັດງານຂອງແຂວງ Miyazaki ແລະ ມະຫາວິທະຍາໄລ Minami Kyushu (ຍີ່ປຸ່ນ) ໄດ້ເຮັດວຽກກັບການນຳແຂວງ ນາມດິ້ງ ກ່ຽວກັບການຜັນຂະຫຍາຍການປະຕິບັດຂໍ້ຕົກລົງຮ່ວມມືໃນຂົງເຂດກະສິກຳລະຫວ່າງ 2 ແຂວງ. ທ່ີການເຮັດວຽກ, ຝ່າຍຍີ່ປຸ່ນ ສະເໜີບາງເນື້ອໃນລະອຽດກ່ຽວຂ້ອງເຖິງການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ໜູນຊ່ວຍວິສາຫະກິດຂອງແຂວງ Miyazaki ລົງທຶນເຂົ້າຂະແໜງກະສິກຳຂອງແຂວງນາມດິ້ງ, ສ້າງບັນດາຮູບແບບເສດຖະກິດຢູ່ຕາແສງ ອຽນເກ່ື່ອງ (ເມືອງ ອີ໋ອຽນ), ພ້ອມທັງສ້າງຕັ້ງເຂດປູກຕົ້ນໄມ້ບາງປະເພດຢູ່ບາງທ້ອງຖິ່ນຂອງນາມດິ້ງ. 2 ຝ່າຍກໍ່ພິຈາລະນາກ່ຽວກັບການຮ່ວມມືເປີດກ້ວາງມະຫາວິທະຍາໄລ Minami Kyushu ສາຂາທີ 2 ຢູ່ນາມດິ້ງ.
ທ່ານ Uchida, ຮອງຜູ້ວ່າການແຂວງ Miyazako, ໃຫ້ຮູ້ວ່າ: ແຂວງ ນາມດິ້ງແມ່ນແຂວງທຳອິດເຊິ່ງ Miyazako ໄດ້ເຊັນສັນຍາຮ່ວມມືດ້ວຍຄວາມຫວັງຢາກຖ່າຍທອດບົດຮຽນ, ເຕັກນິກຂອງທ້ອງຖິ່ນທີ່ມີພື້ນຖານກະສິກຳແຖວໜ້າໜຶ່ງຂອງ ຍີ່ປຸ່ນ ເພື່ອພ້ອມກັນຮ່ວມມື ແລະ ພັດທະນາ, ຮັດແໜ້ນການພົວພັນ, ມິດຕະພາບລະຫວ່າງປະຊາຊົນ 2 ແຂວງເວົ້າສະເພາະ ແລະ ປະຊາຊົນ ຫວຽດນາມ - ຍີ່ປຸ່ນ ເວົ້າລວມ.