ແບ່ງປັນບົດຮຽນລະຫວ່າງບັນດາປະເທດ ໃນວິວັດການປະຕິບັດບັນດາຮູບແບບລັດທິສັງຄົມນິຍົມ
(VOVWORLD) - ທີ່ເວທີປາໄສ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບັນດາຫົວເລື່ອງຕົ້ນຕໍຄື: ຕ້ອງສືບຕໍ່ມີການຄົ້ນຄ້ວາໃໝ່ ແລະ ເລິກເຊິ່ງກ່ວາ ທັດສະນະຂອງຜູ້ກໍ່ຕັ້ງລັດທິ Marx–Lenin ກ່ຽວກັບຮູບແບບສັງຄົມນິຍົມ.
(ພາບປະກອບ: lyluanchinhtri.vn)
ວັນທີ 12 ກັນຍາ, ຢູ່ຮ່າໂນ້ຍ, ສະຖາບັນດິດວິທະຍາສາດສັງຄົມຫວຽດນາມ ໄດ້ຈັດເວທີປາໄສສາກົນກ່ຽວກັບລັດທິສັງຄົມນິຍົມຄັ້ງທີ 9 ດ້ວຍຫົວຂໍ້ “ຮູບແບບລັດທິສັງຄົມນິຍົມໃນສະພາບການໃໝ່ຂອງຍຸກສະໄໝ: ບັນດາບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ”. ນີ້ແມ່ນການເຄື່ອນໄຫວວິທະຍາສາດປະຈຳປີ ໂດຍສະຖາບັນວິທະຍາສາດສັງຄົມຈີນ, ສະຖາບັນເສດຖະກິດ-ສັງຄົມລາວ ແລະ ສະຖາບັນດິດວິທະຍາສາດສັງຄົມຫວຽດນາມ ຜັດປ່ຽນກັນຈັດຂຶ້ນ, ເລີ່ມແຕ່ປີ 2018.
ທີ່ເວທີປາໄສ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບັນດາຫົວເລື່ອງຕົ້ນຕໍຄື: ຕ້ອງສືບຕໍ່ມີການຄົ້ນຄ້ວາໃໝ່ ແລະ ເລິກເຊິ່ງກ່ວາ ທັດສະນະຂອງຜູ້ກໍ່ຕັ້ງລັດທິ Marx–Lenin ກ່ຽວກັບຮູບແບບສັງຄົມນິຍົມ; ເພີ່ມ ແລະ ພັດທະນາບັນດາເນື້ອໃນໃໝ່ຕື່ມອີກ ເຂົ້າໃນທິດສະດີວິທະຍາສາດ ກ່ຽວກັບຮູບແບບລັດທິສັງຄົມນິຍົມ ບົນພື້ນຖານຕົວຈິງຂອງແຕ່ລະປະເທດ; ແບ່ງປັນບົດຮຽນລະຫວ່າງບັນດາປະເທດ ໃນວິວັດການປະຕິບັດບັນດາຮູບແບບລັດທິສັງຄົມນິຍົມລະອຽດ ຕໍ່ໜ້າສະພາບການໃໝ່ຂອງຍຸກດສະໄໝ.