ແບ່ງປັນບົດຮຽນເສີມຂະຫຍາຍກຳລັງແຮງຂອງຊາວໜຸ່ມ

ແບ່ງປັນບົດຮຽນເສີມຂະຫຍາຍກຳລັງແຮງຂອງຊາວໜຸ່ມ - ảnh 1
ພາບ​ປະ​ກອບ

(vovworld) – ​​ຕອນ​ບ່າຍ​ວັນ​ທີ 28/8, ຢູ່​ຮ່າ​ໂນ້ຍ, ​ໃນ​​ຂອບ​ເຂດ​ກອງ​ປະ​ຊຸ​ມ​ໃຫຍ່​ຊາວ​ໜຸ່ມ​ກ້າວ​ໜ້າ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ສອນ​ຂອງ​ປະ​ທານ ໂຮ່​ຈີ​ມິນ ຄັ້ງ​ທີ 6, ປີ 2016, ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມກອມ​ມູນ​ິ​ດ ໂຮ່​ຈີ​ມິນ ໄດ້​ຈັດ​ຕັ້ງ​ເວ​ທີ​ປ​າ​ໄສ​ລົງ​ເລິກກ່ຽວ​ກັບ​ບາງ​ຫົວ​ຂໍ້​ພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຊາວ​ໜຸ່ມ ແລະ ສັງ​ຄົມ​ຄື: “ຊາວ​ໜຸ່ມ​ຝຶກ​ຝົນຫຼໍ່ຫຼອມ​ຄຸນ​ສົມ​ບັດ”, “ຊາວ​ໜຸ່ມ​ອາ​ສາ​ສະ​ໝັກ”, “ຊາວ​ໜຸ່ມ​ເລີ່ມ​ດຳ​ເນີ​ນ​ອາ​ຊີບ”…

        ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ “ຊາວ​ໜຸ່ມ​ເຊື່ອມ​ໂຍງ”, ທ່ານ ເຈີ່ນ​ບ໋າ​ເກື​່ອງ, ກົມ​ນະ​ໂຍ​ບາຍ​ການ​ຄ້າຫຼ​າຍ​ຝ່າຍ (ກະ​ຊວງ​ອຸດ​ສາ​ຫະ​ກ​ຳ - ການ​ຄ້າ) ໄດ້​​ແຈ້ງໃຫ້​​ບັນ​ດາ​ຜູ້​ແທນ​ໜຸ່ມ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ສາ​ກົນ, ໃນ​ນັ້ນ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ສັນ​ຍາ​ການ​ຄ້າ​ເສ​ລີຫຼາ​ຍ​ສະ​ບ​ັບ. ທ່ານ ເຈີ່ນ​ຮົ່ງ​ເຟືອງ, ເລ​ຂາ​ສະ​ມາ​ຄົມ​ຊາວ​ໜຸ່ມ - ນັກ​ສຶກ​ສາ ຫວຽດ​ນາມ ຢູ່​ວໍ​ຊິງ​ຕັນ (ອາ​​ເມ​ລິ​ກາ), ປາດ​ຖະ​ໜາ​ວ່າ: ໄລ​ຍະ​ຈະ​ມາ​ເຖິງ, ສູນ​ກາງ​ຊາວ​ໜຸ່ມ​ມີຫຼາຍ​ເວ​ທ​ີ​ປ​າ​ໄສ​ເພື່ອ​ໃຫ້​ບັນ​ດາ​ນັກ​ສຶກ​ສາ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມຫຼາຍ​ກ່​ວາ:

        “ເມື່ອ​ເວົ້າ​ເຖິງ​ການ​ເຊື່ອມ​ໂຍງ​ແມ່ນ​ມີຫຼາຍ​ບັນ​ຫາ​ທີ່​ສຸດ, ບໍ່​ພຽງ​ແຕ່​ແມ່ນ ຫວຽດ​ນາມ ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ໂລ​ກ​ເທົ່າ​ນັ້ນ ຫາກ​ຍັງ​​ທົ່ວໂລກ​​ກໍ່ເຊື່ອມ​ໂຍງ​ກັບ ຫວຽດ​ນາມ ອີກ​ດ້ວຍ. ເຖິງວ່າ, ພວກ​ເພື່ອນ​ໄປ​ຮຽນ​ຢູ່​ຕ່າງ​ປະ​ເທດ​​​ກໍ່​ຕາມແຕ່​​ບາງ​ເທື່ອພວກ​ເພື່ອນ​ບໍ່​ເກັ່ງ​ດ້ານ​ພາ​ສາ. ດັ່ງ​ນັ້ນ, ເມື່ອ​ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ​ສຳ​ມະ​ນາ ພວກ​ນ້ອງ​​ຍັງ​ຕ້ອງຈັດ​ຕັ້ງ​​ເປັນ 2 ພາ​ສາ​ທັງ​ອັງ​ກິດ ແລະ ພາ​ສາ ຫວຽດ. ຜ່ານນັ້ນ ພວກ​ນ້ອງ​ສາ​ມາ​ດ​ແນ​ະ​ນຳ​ໃຫ້​ພວກ​ເພື່ອນ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ເສດ​ຖະ​ກິດ ​ນອກ​ນັ້ນພວກ​ເພື່ອນ​​ກໍ່ສາ​ມາດ​ພົບ​ປະ​ແລກ​ປ່ຽນ ແລະ ພັດ​ທະ​ນາ​ພາ​ສາ​ອັງ​ກິດ​ໄດ້. ນັ້ນ​ກໍ່​ແມ່ນ​ຈຸດ​​ປະ​ສົງຂອງ​ພວກ​ນ້ອງ.​”

        ທີ່​ເວ​ທີ​ປາ​ໄສ “ຊາວ​ໜຸ່ມ​ເລີ່ມ​ດຳ​ເນີນ​ອາ​ຊີບ”, ບັນ​ດາ​ຜູ້​ແທນ​​ໄດ້ແບ່ງ​ປັນ​ບົດ​ຮຽນ​ກ່ຽວ​ກັບ​ກາ​ລະ​ໂອ​ກາດ, ສິ່ງ​ທ້າ​ທາຍ, ວິ​ທີ​ຜ່ານ​ຜ່າ​ຄວາມ​​ຫ​ຍຸ້ງ​ຍາກ​ໃນ​ວິ​ວັດ​ການ​ຊາວ​ໜຸ່ມ​ເລີ່ມ​ດຳ​ເນີນ​ອາ​ຊີບ. ອ້າຍ ຫງວຽນ​ດິ່ງ​ລ້ວນ, ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທ​ະ​ຍາ​ສາດ​ທຳ​ມະ​ຊາ​ດ (ຂຶ້ນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ ໂຮ່​ຈີ​ມິນ), ຖື​ວ່າ:

        “ມາດ​ຕະ​ການ​ສຳ​ຄັນ​ທີ່​ສຸດ​ແມ່ນ​​ແຕ່​ລະ​ຄົນຕັ້ງ​ໜ້າ​ຮ່ຳ​ຮຽນ​ເອງ​ ເພື່ອ​ຊອກ​ຫາ​ໄດ້​ບັນ​ຫາ​ຍັງ​ຄົງ​ຄ້າງ​ຢູ່​ພາຍ​ໃນ ແລະ ໂລກ, ສົມ​ທົບ​ບັນ​ຫາ​ທີ່​ມີ​ຂອບ​ຂະ​ໜາດນ້ອຍ​ຈາກນັ້ນ​ພັດ​ທະ​ນາ​ເປັນ​ຂອບຂະ​ໜາດ​ໃຫຍ່. ທີ​ສອງ​ແມ່ນ​​ຕ້ອງແລກ​ປ່ຽນ, ຮ່ວມມ​ື​ກັບ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ເປັນ​ປະ​ຈຳ​ເພື່ອ​ຮັບ​ເອົາ ແລະ ຖອດ​ຖອນ​ບົດ​ຮຽນ. ທີ​ສາມ​ແມ່ນ​ເພີ່ມ​ທະ​ວີ​ການ​ສົ​ມ​ທົບ​ກັບ​ປະ​ຊາ​ຄົມ​ບັນ​ດາ​ຜູ້​ເລີ່ມ​ດຳ​ເນີ​ນອ​າ​ຊີບ​ສ້າງ​​ເປັນເຄືອ​ຂ່າຍ​ເພື່ອ​ແບ່ງ​ປັນ​ບົດ​ຮຽນ​ນຳ​ກັນ.”


ຂ່າວ/ບົດ​ອື່ນ