ແບນຊີກຈະຜັນຂະຫຍາຍຕຳຫລວດຕື່ມອີກ1000ຄົນເພື່ອຕ້ານການໃຊ້ຄວາມຮຸນແຮງແລະກໍ່ການຮ້າຍ
ຕຳຫລວດ ແບນຊິກ ລາດຕະເວັນຖະຫນົນສາຍຕ່າງໆ
ພາບ:TTXVN
|
(vovworld)- ວັນທີ 5/2, ລັດຖະບານ ແບນຊີກ ໝັ້ນໝາຍຈະຜັນຂະຫຍາຍຕະຫລວດຕື່ມອີກ 1000 ຄົນ ນັບແຕ່ນີ້ຮອດປີ 2019, ເພື່ອແກ້ໄຂບັນດາບັນຫາກ່ຽວຂ້ອງເຖິງກໍ່ການຮ້າຍໃຫ້ດີກວ່າ. ນີ້ແມ່ນແຜນການກະທຳຕ້ານການໃຊ້ຄວາມຮຸນແຮງ ແລະ ກໍ່ການຮ້າຍ ໃນເຂດລວມມີ 7 ເມືອງຢູ່ ນະຄອນຫລວງ ບຣຸກແຊນ. ແລະ ກໍໃນຂອບເຂດແຜນການຕ້ານການກໍ່ການຮ້າຍ, ລັດຖະບານ ແບນຊີກ ໄດ້ຮັບຮອງເອົາການຮັກສາການມີຫນ້າຂອງທະຫານໃນບັນດາຖະຫນົນຈົນເຖິງວັນທີ 5/3 ດ້ວຍພົນທະຫານປະມານ 1000 ຄົນ, ໃນນັ້ນ 700 ຄົນແມ່ນປະຕິບັດວຽກງານຢູ່ຖະຫນົນສາຍຕ່າງໆ. ຄຳກ່າວເຕືອນຄວາມສະຫງົບປອດໄພສືບຕໍ່ໄດ້ຮັບການຮັກສາຢູ່ໃນລະດັບ 3.