(ພາບປະກອບ)
(vovworld) – ນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ເຊັນຂໍ້ຕົກລົງປະກາດໃຊ້ແຜນການປະຕິບັດສັນຍາການຄ້າລະຫວ່າງລັດຖະບານສາທາລະນະລັດສັງຄົມນິຍົມ ຫວຽດນາມ ແລະ ລັດຖະບານສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ. ເນື້ອໃນແຜນການປະຕິບັດສັນຍາລວມມີ: ສ້າງຕັ້ງໜ່ວຍປະຕິບັດງານຕິດຕາມກວດກາ, ຊຸກຍູ້ການປະຕິບັດສັນຍາ; ປະກາດໃຊ້ຈົດໝາຍລັດຖະການແນະນຳການປະຕິບັດໂກຕ້າພາສີ ດ້ວຍພາສີນຳເຂົ້າສົ່ງອອກ 0% ສຳລັບປະເພດສິນຄ້າມາຈາກ ສປປ ລາວ ແລະ ຈົດໝາຍລັດຖະການທີ່ແນະນຳກ່ຽວກັບພາສີສົ່ງອອກ - ພາສີນຳເຂົ້າບຸລິມະສິດພິເສດສຳລັບປະເພດສິນຄ້າມາຈາກ ສປປ ລາວ; ໂຄສະນາ, ເຜີຍແຜ່ເນື້ອໃນສັນຍາ;ຫັນການຄ້າເປັນສະດວກ; ສົ່ງເສີມການຄ້າ; ຮ່ວມມືປ້ອງກັນຕ້ານການຄ້າເຖື່ອນ; ໜູນຊ່ວຍໃນວິວັດການເຊື່ອມໂຍງ. ສັນຍາການຄ້າ ຫວຽດນາມ - ລາວ ສະບັບໃໝ່ລວມມີ 6 ພາກ, 16 ມາດຕາ ໃນນັ້ນ ໃຫ້ຄຳໝັ້ນສັນຍາຍົບເວັ້ນພາສີໃຫ້ກ່ວາ 95% ປະເພດສິນຄ້າທີ່ມາຈາກ 2 ປະເທດ. ສັນຍາດັ່ງກ່າວ ຈະມີຜົນສັກສິດຢ່າງເປັນທາງການ ພາຍຫລັງການແລກປ່ຽນຈົດໝາຍທາງການທູດລະຫວ່າງ 2 ຝ່າຍສຳເລັດ ແລະ ກຳນົດວ່າ ແຕ່ລະຝ່າຍໄດ້ສຳເລັດບັນດາລະບຽບການພາຍໃນທີ່ຈຳເປັນ ເພື່ອໃຫ້ສັນຍາມີຜົນສັກສິດ.