ແຜນທີ່ເກົ່າຢັ້ງຢືນ 2 ໝູ່ເກາະ ຮ່ວາງຊາ ແລະ ເຈືອງຊາ ບໍ່ຂື້ນກັບ ອະທິປະໄຕຂອງຈີນ
ແຜນທີ່ພູມມີປະເທດຂອງສຳນັກພິມ ຊຽງໄຮຂອງຈີນ ຊຶ່ງໄດ້ພິສູດຢ່າງຈະແຈ້ງວ່າ
ຕອນໃຕ້ສຸດຂອງຈີນແມ່ນເກາະ ໄຮໜຳ ບໍ່ລວມທັງໝູ່ເກາະ ຮ່ວາງຊາ ແລະ ເຈືອງຊາ
Vovworld- ເມື່ອບໍ່ດົນມານີ້, ທ່ານ ດທ Mai Hong ຜູ້ອຳນວນການສູນຄົ້ນຄ້ວາເອກະສານປະຫວັດສາດເດີມຫວຽດນາມໄດ້ມອບແຜນທີ່ເກົ່າສະບັບໜຶ່ງຂອງສຳນັກພິມ ຊຽງໄຮຂອງຈີນທີ່ພິມຈຳໜ່າຍເມື່ອປີ 1904 ໃຫ້ແກ່ຫໍພິພິທະພັນປະຫວັດສາດແຫ່ງຊາດຫວຽດນາມ. ແຜນທີ່ດັ່ງກ່າວມີຊື່ວ່າ “ ແຜນທີ່ພູມມີປະເທດ ” ຊຶ່ງໄດ້ພິສູດຢ່າງຈະແຈ້ງວ່າ ຕອນໃຕ້ສຸດຂອງຈີນແມ່ນເກາະ ໄຮໜຳ ບໍ່ລວມທັງໝູ່ເກາະ ຮ່ວາງຊາ ແລະ ເຈືອງຊາ. ພິທີມອບຮັບແຜນທີ່ດັ່ງກ່າວຖືກຈັດຂຶ້ນໃນວັນທີ່ 25/7 ຢູ່ຮ່າໂນ້ຍ. ທ່ານ ດທ Mai Hong ໃຫ້ຮູ້ວ່າ :
“ ນີ້ແມ່ນເອກະສານໂດຍລາດຊະວົງຊິ່ງຂອງຈີນປະຕິບັດ. ນີ້ແມ່ນຫຼັກຖານທີ່ບໍ່ອາດໂຕ້ຖຽງກັນໄດ້. ຂ້າພະເຈົ້າປະກອບສ່ວນເອກະສານນີ້ ກໍແມ່ນເພື່ອໃຫ້ 2 ປະເທດຢຸດຕິການໂຕ້ແຍ້ງກັນ, ບໍ່ສົງຜົນສະທ້ອນທີ່ບໍ່ດີຕໍ່ການພົວພັນລະຫວ່າງປະຊາຊົນ 2 ປະເທດ. ຂ້າພະເຈົ້າຫວັງວ່າ ພາຍຫຼັງທີ່ຂ້າພະເຈົ້າມອບ ໃຫ້ແກ່ລັດ, ແຜນທີ່ນີ້ຈະຖືກໂຄສະນາໃຫ້ແກ່ປະຊາຊົນ ຫວຽດນາມ , ປະຊາຊົນຈີນ ກໍຄື ປະຊາຊົນໃນທົ່ວໂລກ ສາມາດເຂົ້າໃຈແຈ້ງກ່ຽວກັບຄວາມຈິງໃນປະຫວັດສາດ”