(vovworld) – ລັດຖະມົນຕີສາທາລະນະສຸກ 14 ປະເທດອາເມລິກາລາຕີນ ໄດ້ຈັດກອງປະຊຸມຢູ່ນະຄອນຫຼວງ Montevideo ຂອງ ອູຣູກວາຍ ໃນວັນທີ 03/02 ເພື່ອພ້ອມກັນປຶກສາຫາລືມາດຕະການເພີ່ມທະວີການສົມທົບກັນເຄື່ອນໄຫວຕ້ານການແຜ່ລະບາດຢ່າງວ່ອງໄວຂອງພະຍາດໂດຍໄວຮັດຊິກາ (Zika Virus) ກໍໃຫ້ເກີດຢູ່ພາກພື້ນຕ່າງໆ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ອູຣູກວາຍ Rodolfo Nin Novoa ໄດ້ຮຽກຮ້ອງໃຫ້ລັດຖະບານບັນດາປະເທດອາເມລິກາລາຕີນ ຈົ່ງຍົກອອກບັນດາມາດຕະການຮີບດ່ວນ ແລະ ມິປະສິດທິຜົນກວ່າອີກ ເພື່ອຮັບມືກັບພະຍາດໄວຣັດຊິກາ. ໃນຂະນະນັ້ນ, ຫົວໜ້າອົງການອະນາໄມລະຫວ່າງອາເມລິກາ (OPS) Carissa Rtienne ແຈ້ງວ່າ, ອົງການນີ້ຈະສະຫງວນເງິນ 8,5 ລ້ານ USD ໃຫ້ບັນດາປະເທດພາຍໃນພາກພື້ນເພື່ອປ້ອງກັນ, ຕ້ານໄວຣັດຊິກາ. OPS ກໍສົມທົບກັນກັບອົງການອະນາໄມໂລກ (WHO) ຢ່າງແໜ້ນແຟ້ນ ເພື່ອລະດົມທຸກກົນໄກຮີບດ່ວນແນໃສ່ຮັບມືກັບພະຍາດທີ່ພວມແຜ່ລະບາດຢ່າງວ່ອງໄວນີ້.
ແລະກໍໃນວັນດຽວກັນ, WHO ກໍກ່າວເຕືອນບັນດາປະເທດເອີລົບ ຈົ່ງມີການກະທຳໂດຍທັນທີ ເພື່ອສະກັດກັ້ນໄວຣັດ ຊິກາ ເຊິ່ງເປັນພະຍາດເຮັດໃຫ້ເດັກນ້ອຍທີ່ເກີດມາ ມີຂະໜາດຫົວນ້ອຍລົງ ພວມແຜ່ລະບາດຢູ່ທະວີບນີ້.