(vovworld) - ຕອນເຊົ້າວັນທີ 04/01, ຢູ່ທີ່ຮ່າໂນ້ຍ, ໄດ້ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມທ່ານໝໍໜຸ່ມຫວຽດນາມ ຄັ້ງທີ 2 (ອາຍຸການ 2012 - 2015), ດ້ວຍການເຂົ້າຮ່ວມຂອງຜູ້ແທນ 300 ທ່ານ ທີ່ຕາງໜ້າໃຫ້ທ່ານໝໍໜຸ່ມຫຼາຍໝື່ນຄົນທີ່ພວມປະຕິບັດງານຢູ່ໂຮງໝໍ, ສຸນການແພດຕ່າງໆໃນທົ່ວທຸກແຫ່ງຂອງປະເທດຊາດ. ດ້ວຍຫົວຂໍ້ວ່າ “ທ່ານໝໍຫວຽດນາມ ຫຼໍ່ຫຼອມຄຸນສົມບັດ, ຄວາມເກັ່ງກ້າສາມາດ, ເພື່ອສຸຂະພາບຂອງວົງຄະນະຍາດ”, ກອງປະຊຸມໃຫຍ່ແມ່ນເຫດການການເມືອງທີ່ສຳຄັນຂອງໄວໜຸ່ມຂະແໜງສາທາລະນະສຸກ, ເປັນຂີດໝາຍພັດທະນາໃໝ່ຂອງສະມາຄົມ, ແມ່ນວັນບຸນສາມັກຄີ ແລະ ການເຄື່ອນໄຫວຂອງກຳລັງທ່ານໝໍໜຸ່ມຫວຽດນາມ. ກອງປະຊຸມໄດ້ສຳຫຼວດກວດກາ ຕີລາຄາຄືນໝາກຜົນການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງສະມາຄົມທ່ານໝໍໜຸ່ມຫວຽດນາມຄັ້ງທີ 1, ອາຍຸການ 2009 – 2012, ວາງອອກເປົ້າໝາຍ, ທິດທາງ, ໜ້າທີ່ປະຕິບັດງານຂອງສະມາຄົມອາຍຸການ 2012 – 2015 ແລະ ຂະບວນການທ່ານໝໍໜຸ່ມຫວຽດນາມ ປະຈັນບານ, ອາສາສະໝັກໃນພາລະກິດຮັກສາ, ປິ່ນປົວ ແລະ ເຮັດໃຫ້ສຸຂະພາບຂອງປະຊາຊົນແຂງແຮງຂຶ້ນກວ່າເກົ່າ.