ໄຂກອງປະຊຸມໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນຄັ້ງທີ36ຢູ່ມາເລເຊຍ
ໄຂກອງປະຊຸມໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 36
(ພາບ: KimDung-ChiGiap/vietnam+)
(vovworld) – ຕອນເຊົ້າວັນທີ 8/9, ຢູ່ນະຄອນຫລວງ ກົວລາລຳເປີ ຂອງ ມາເລເຊຍ ໄຂກອງປະຊຸມໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 36 (AIPA - 36) ດ້ວຍຫົວຂໍ້ “ສະໜິດຕິດພັນປະຊາຄົມ ອາຊຽນ ເພື່ອປະຊາຊົນ, ຖືປະຊາຊົນເປັນໃຈກາງມຸ່ງໄປເຖິງປະຊາຄົມຮອບດ້ານ”. ເຂົ້າຮ່ວມ AIPA ຄັ້ງທີ 36 ມີບັນດາຄະນະຜູ້ແທນລັດຖະສະພາບັນດາປະເທດສະມາຊິກ AIPA. ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານຮອງປະທານສະພາແຫ່ງຊາດ ຮຸຍງ້ອກເຊີນ ເປັນຫົວໜ້າຄະນະ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ Amin Haji Mulia, ປະທານ AIPA – 36, ປະທານສະພາຕ່ຳ ມາເລເຊຍ ຢືນຢັນວ່າ: ເລື່ອງຖືການພົບປະຂັ້ນສູງລະຫວ່າງການນຳ ອາຊຽນ ແລະ AIPA ເປັນກອງປະຊຸມ ທາງການເປັນປະຈຳ ຈະຊ່ວຍເພີ່ມທະວີການເຂົ້າຮ່ວມຂອງ AIPA ເຂົ້າບັນດາວຽກງານທີ່ກ່ຽວຂ້ອງຂອງ ອາຊຽນ. ທ່ານ Amin Haji Mulia ສະແດງຄວາມເຊື່ອໝັ້ນວ່າ: ບັນດາສະມາຊິກລັດຖະສະພາສາມາດມີການກະທຳຫລາຍກ່ວາອີກ ເພື່ອແນໃສ່ຮັດແຄບຊ່ອງຫວ່າງໃນການພົວພັນສາກົນ ໂດຍຜ່ານການພົວພັນການທູດລັດຖະສະພາ.