ໄຂງານຕະຫລາດນັດການຄ້າຫວຽດນາມ-ຈີນຄັ້ງທີ 21

ໄຂງານຕະຫລາດນັດການຄ້າຫວຽດນາມ-ຈີນຄັ້ງທີ 21  - ảnh 1
ພາບປະກອບ:internet

 (vovworld)-  ພາຍ​ໃຕ້​ຫົວ​ຂໍ້​ວ່າ:“ການ​ຮ່ວມ​ມື​ຂ້າມ​ຊາຍ​ແດນ, ​ເປີດ​ປະຕູ​ພ້ອມ​ກັນຍາ​ດ​ໄຊຊະນະ”, ງານ​ຕະຫລາດນັດ​ໄດ້​ດຶງ​ດູດ​ວິ​ສາ​ຫະກິດ, ນັກທຸລະກິດ​ມາ​ຈາກ​ຈີນ, ຫວຽດນາມ ​ແລະ ບັນດາ​ປະ​ເທດ ອາ​ຊຽນ ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫລວງຫລາຍ ​ເພື່ອ​ຊອກ​ຫາ​ກາລະ​ໂອກາດ​ພັດທະນາດ້ານ​ການ​ຄ້າ, ການ​ລົງທຶນ, ການທ່ອງ​ທ່ຽວ.

​​​ໃນ​ວັນ​ດຽວ​ກັນ, ໃນ​ຂອບ​ເຂດ​ງານ​ຕະຫລາດນັດ​ການ​ຄ້າ​ຫວຽດນາມ-​ຈີນ​ຄັ້ງ​ທີ 21, ງານ​ຕະຫລາດນັດ​​ແລກປ່ຽນ​ການ​ຄ້າ ຫວຽດນາມ -ຈີນ ກໍ​ຖືກ​ໄຂ​ຂຶ້ນ​ຢູ່​ດ່ານ​ຊາຍ​ແດນ​ມິດຕະພາບ-ປີງ​ຊຽງ​ໂດ​ຍມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງຫນ້າ​ກົງ​ສູນ​ໃຫຍ່​ຫວຽດນາມ, ລາວ, ມຽນມາ ປະຈຳ​ຫນານ​ຫນີງ. ​ເນື່ອງ​ໃນ​ໂອກາດ​ນີ້, ມີ​ການ​ເຄື່ອນ​ໄຫວຫລາຍຢ່າງກໍຖືກ​ຈັດ​ຂຶ້ນ​ຄື: ງານ​ຕະຫລາດນັດ​ວາງສະ​ແດງ​ຜະລິດ​ຕະພັນ​ໄມ້​ຂະ​ຍຸ້ງ​ຈີນ ຄັ້ງ​ທີ 1, ​ເວທີ​ປາ​ໄສ​ວັດທະນະທຳ ຈີນ- ອາ​ຊຽນ, ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ກ່ຽວ​ກັບ​ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ຊາຍ​ແດນ ຫວຽດນາມ- ຈີນ, ການ​ແຂ່ງ​ຂັນມິດ​ຕະພາບໝາກ​ຮຸກ​ສາກົນ ຫວຽດນາມ- ຈີນ.

ຂ່າວ/ບົດ​ອື່ນ