ໄຂງານຕະຫລາດນັດ ເຈົ້າຊີວິດ ຮູ່ງ 2013
(ພາບ: qdnd.vn)
(vovworld) – ໃນຂອບເຂດການເຄື່ອນໄຫວຕ່າງໆຂອງພິທີໄຫວ້ບູຊາ ເຈົ້າຊີວິດ ຮູ່ງ - ງານບຸນວິຫານຮູ່ງ ປີ 2013, ຕອນຄຳ່ວັນທີ 15/4, ຢູ່ ແຂວງ ຟູ໋ທໍ້ ໄດ້ໄຂງານຕະຫລາດນັດ ເຈົ້າຊີວິດ ຮູ່ງ ປີ 2013. ທ່ານນາງຮອງປະທານປະເທດ ຫວຽດນາມ ຫງວຽນທິຢວານ ໄດ້ເຂົ້າຮ່ວມ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ຫງວຽນເກີມຕູ໋ ເນັ້ນໜັກວ່າ:
“ດ້ວຍຮ້ານວາງສະແດງສິນຄ້າກ່ວາ 400 ຮ້ານ ຂອງວິສາຫະກິດກ່ວາ 200 ແຫ່ງໃນແຂວງ ແລະ ບັນດາທ້ອງຖິ່ນໃນທົ່ວປະເທດ, ເຊິ່ງໄດ້ວາງສະແດງແນະນຳບັນດາຜະລິດຕະພັນທີ່ມີຄຸນນະພາບສູງ, ຮູບແບບອຸດົມສົມບູນ, ງານຕະຫຼາດນັດ ເຈົ້າຊີວິດຮູ່ງ ປີ 2013 ຈະແມ່ນຂົວເຊື່ອມຕໍ່ທີ່ມີປະສິດທິຜົນ, ແມ່ນຊ່ອງສົ່ງເສີມການຄ້າສຳຄັນເພື່ອສ້າງເງື່ອນໄຂໃຫ້ບັນດາວິສາຫະກິດໃນເຂດພູພຽງພູດອຍທາງພາກເໜືອ ເວົ້າສະເພາະ ແລະ ໃນທົ່ວປະເທດ ເວົ້າລວມພົບປະແລກປ່ຽນຄ້າຂາຍ, ຊອກຫາໂອກາດດຳເນີນທຸລະກິດ. ພ້ອມກັນນັ້ນ, ງານຕະຫຼາດນັດກໍ່ປະກອບສ່ວນຊຸກຍູ້ການເຄື່ອນໄຫວຮ່ວມສຳພັນ, ສົ່ງເສີມການຄ້າໃນພາກພື້ນ.”
ງານຕະຫຼາດນັດ ເຈົ້າຊີວິດ ຮູ່ງ ແມ່ນການເຄື່ອນໄຫວໄດ້ຮັບການຈັດຕັ້ງປະຈຳປີໃນໂອກາດໄຫວ້ບູຊາເຈົ້າຊີວິດຮູ່ງ, ນັບມື້ນັບດຶງດູດການເຂົ້າຮ່ວມຂອງວິສາຫະກິດ ແລະ ຄວາມສົນໃຈຂອງແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ.