(VOVWORLD) - ບັນດາການເຄື່ອນໄຫວລວມມີ: ງານວາງສະແດງ “ຫວຽດນາມ-ໂຮ່ຈິມິນ-ບັນດາຂີດໝາຍແຫ່ງປະຫວັດສາດຂອງຊາດ”; ວາງສະແດງຫົວເລື່ອງສະເພາະ “ວິວັດການເພື່ອສັນຕິພາບ”; ງານວາງສະແດງ “ຂຽນຕໍ່ເລື່ອງລາວແຫ່ງສັນຕິພາບ”....
(ພາບ: TTXVN)
|
ວັນທີ 15 ສິງຫາ, ເຂດປູ່ສະນີຍະສະຖານປະທານ ໂຮ່ຈີມິນ ໄດ້ຈັດພິທີໄຂບັນດາການເຄື່ອນໄຫວສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາສຳເລັດຜົນ ແລະ ວັນຊາດທີ 2 ກັນຍາ. ບັນດາການເຄື່ອນໄຫວລວມມີ: ງານວາງສະແດງ “ຫວຽດນາມ-ໂຮ່ຈິມິນ-ບັນດາຂີດໝາຍແຫ່ງປະຫວັດສາດຂອງຊາດ”; ວາງສະແດງຫົວເລື່ອງສະເພາະ “ວິວັດການເພື່ອສັນຕິພາບ”; ງານວາງສະແດງ “ຂຽນຕໍ່ເລື່ອງລາວແຫ່ງສັນຕິພາບ”; ສະເໜີບັນດາປື້ມ “ປະທານ ໂຮ່ຈິມິນ ແລະ ພົນເອກ ຫວໍ້ງວຽນຢາບ”; “ສຳນັກງານອຳນາດເຕັມ ດົງເຢືອງ ໃນເມື່ອກ່ອນ ແລະ ສຳນັກງານປະທານປະເທດໃນປະຈຸບັນ”.... ບັນດາເຫດການໄດ້ດຶງດູດຄວາມສົນໃຈຈາກມະຫາຊົນເປັນຈຳນວນຫຼວງຫຼາຍ:
ຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດ, ພິເສດແມ່ນຄິດເຖິງປະທານ ໂຮ່ຈີມິນ, ຜູ້ທີ່ສະຫງວນທັງຊີວິດເພື່ອຊອກຫາຄວາມເປັນເອກະລາດ ເສລີພາບໃຫ້ແກ່ຊົນຊາດ ຫວຽດນາມ, ນຳຊົນຊາດ ຫວຽດນາມ ເທົ່າທຽມກັບຊົນຊາດອື່ນໆ.
ໃນງານວາງສະແດງ, ຂ້າພະເຈົ້າໄດ້ຫວນຄືນປະຫວັດສາດ, ແບບຢ່າງຂອງບັນດານັກວິລະຊົນ, ປະມຸກລັດຂອງ ຫວຽດນາມ...ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະປະຕິບັດໜ້າທີ່ຮັກສາສັນຕິພາບ. ພວກຂ້າພະເຈົ້າຈະນຳເອົາຈິດໃຈ, ຄວາມຮັບຜິດຊອບ, ມູນເຊື້ອອັນດີງາມຂອງທະຫານ ຫວຽດນາມ ໄປປະເທດເພື່ອນ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງກອງທັບ ປຊຊ ຫວຽດນາມ, ນຳຈິດໃຈຮັກຊາດຂອງ ປຊຊ ຫວຽດນາມ ໄປປະເທດເພື່ອນເພື່ອແຜ່ກະຈາຍວັດທະນະທຳຂອງ ຫວຽດນາມ ຢູ່ປະເທດເພື່ອນ.