ໄຂສັບປະດາ ສາຍຟິມຮູບເງົາ ຫວຽດນາມ ຢູ່ ສີລັງກາ

ໄຂສັບປະດາ ສາຍຟິມຮູບເງົາ ຫວຽດນາມ ຢູ່ ສີລັງກາ - ảnh 1
ສີລັງກາ
ພາບ:intetnet

(vovworld) - ສັບປະດາ​ສາຍຟິມຮູບ​ເງົາຫວຽດນາມ ​ແຕ່​ວັນ​ທີ 15 - 19/2 ​ໄດ້​ໄຂ​ຂຶ້ນ​ຢູ່    ສີ​ລັງກາ. ກ່າວ​ຄຳ​ເຫັນ​ໄຂ​ພິທີ, ທ່ານ ​ໂຕນ​ຊິງ​ແທ່ນ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສີ​ລັງກາ ​ໃຫ້​ຮູ້​ວ່າ: ສັບປະດາ ສາຍຟິມຮູບ​ເງົາ ຫວຽດນາມ ​ແມ່ນ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ວັດທະນະທຳ​ ທຳ​ອິດ​ຂອງ​ຫວຽດນາມ ຢູ່ ສີ​ລັງກາ ນັບ​ແຕ່​ເມື່ອ​ສະຖາ​ນທູດ​ຫວຽດນາມ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຄືນ​ໃຫມ່​ໃນ​ເດືອນ 4/2011. ຟິມຮູບ​ເງົາ ຂອງ​ຫວຽດນາມ 3 ​ເລື່ອງ​ໃນ​ຈຳນວນ 5 ​ເລື່ອງ​ທີ່​ນຳ​ມາ​ສາຍ​ໃນຄັ້ງ​ນີ້ ​ແມ່ນ​ຫົວ​ເລື່ອງ​ກ່ຽວ​ກັບ​ສົງຄາມ ​ແລະ ​​ເຄີຍໄດ້​ຮັບ​ລາງວັນ​ຢູ່​ພາຍ​ໃນ ​ແລະ ສາກົນ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ໂຕນ​ຊີ​ນ​ແທ່ນ ປາດ​ຖະຫນາ​ວ່າ ຫວຽດນາມ ຈະ​ຊ່ວຍຜູ້​ຊົມ ​ແລະ ປະຊາຊົນ ສີລັງກາ ​ມີ​ຄວາມເຂົ້າ​ໃຈ​ຕື່ມ​ອີກກ່ຽວ​ກັບ   ປ​ະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ ​ໃນ​ອະດິດຕະການ ​ແລະ ປະຈຸ​ບັນ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນ​ວ່າ: ຫວຽດນາມ ​ແລະ ສີ​ລັງກາ ​ແມ່ນ​ສອງ​ປະ​ເທດ​ທີ່​ມີ​ພື້ນ​ຖານ​​ວັດທະນະທຳ​ທີ່ມີ​ມາ​ແຕ່​ດົນ​ນານ, ອຸດົມ​ສົມບູນ ​ແລະ ​ເຕັມ​ໄປ​ດ້ວຍ​ສີສັນ​ຊາດ ຈະ​ພ້ອມ​ກັນ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ເພື່ອ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານວັດທະນະທຳ ​ເພື່ອ​ຄວາມ​ເຂົ້າ​ໃຈ ​ແລະ ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ໂຕ​ນຊີ​ນ​ແທ່ງ ​ເນັ້ນ​ຫນັກ​ວ່າ: ສັບປະດາ​ສາຍ​ຟິມຮູບ​ເງົາ ຫວຽດນາມ ຍັງ​ແມ່ນ​ເຫດການ​ເປີດ​ສາກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ ລະຫວ່າງ​ສອງ​ປະ​ເທດ​ໃນ​ປີ​ນີ້.

ຂ່າວ/ບົດ​ອື່ນ