ໄຂເຂດວາງສະແດງສິລະປະຈັດວາງພາຍໃຕ້ຫົວຂໍ້ “ສົງຄາມ ແລະ ສັນຕິພາບ” ແລະ “ວາດຟ້ອນແຫ່ງລະດູບານໃໝ່”
(VOVWORLD) - ຕອນບ່າຍວັນທີ 2 ມີນາ, ຢູ່ຫໍພິພິທະພັນ ຮ່າໂນ້ຍ ໄດ້ຈັດພິທີໄຂ 2 ເຂດວາງສະແດງສິລະປະຈັດວາງພາຍໃຕ້ຫົວຂໍ້ “ສົງຄາມ ແລະ ສັນຕິພາບ” ແລະ “ວາດຟ້ອນແຫ່ງລະດູບານໃໝ່”, ເຊິ່ງເປີດສາກບັນດາກິດຈະກຳປະດິດຄິດສ້າງປີ 2026 ຂອງ ຫໍພິພິທະພັນ.
ເຂດສິລະປະຈັດວາງ “ສົງຄາມ ແລະ ສັນຕິພາບ” (ພາບ: TTXVN) |
ເຂດສິລະປະຈັດວາງ “ສົງຄາມ ແລະ ສັນຕິພາບ” ໂດຍນັກສິລະປິນນາງ ທູເຈິ່ນ ແລະ ເຕີຍຟອງ ປະຕິບັດ ເຊິ່ງໄດ້ສ້າງຂຶ້ນຈາກຊາກເຮືອບິນ ແລະ ຊິ້ນສ່ວນລະເບີດ ໂດຍ ຫໍພິພິທະພັນ ຮ່າໂນ້ຍ ເກັບຮັກສາໄວ້. ຜ່ານສິລະປະຈັດວາງແບບສະໄໝ, ບັນດາວັດຖຸພັນບໍ່ພຽງແຕ່ໄດ້ວາງສະແດງຄືດັ່ງຮ່ອງຮອຍໄລຍະປະຫວັດສາດເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນໂຄງປະກອບສິລະປະຈັດວາງໃໝ່,ເຈາະຈິ້ມຄວາມນຶກຄິດກ່ຽວກັບຄວາມຊົງຈຳສົງຄາມ, ຄຸນຄ່າຂອງສັນຕິພາບ ແລະ ຄວາມຮັບຜິດຊອບໃນການຮັກສາບັນດາຜົນງານໃນວັນນີ້.
ເຂດວາງສະແດງ “ວາດຟ້ອນແຫ່ງລະດູບານໃໝ່” ຂອງນັກສິລະປິນ ຫງວຽນດຶກເຟືອງ (ພາບ: TTXVN) |
ໃນຂະນະນັ້ນ, “ວາດຟ້ອນແຫ່ງລະດູບານໃໝ່” ຂອງນັກສິລະປິນ ຫງວຽນດຶກເຟືອງ ໄດ້ສ້າງເຂດວາງສະແດງສິລະປະທີ່ເຕັມໄປດ້ວຍສີສັນຮຸ່ງເຮືອງເຫຼືອງເຫຼື້ອມ ແລະ ພະລັງງານໃຫ້ແກ່ຈັກຂຸສຳຜັດ.