ຄະນະນັກຮຽນ ຫວຽດນາມ ເຂົ້າຮ່ວມການເສັງ
(vovworld) – ພິທີໄຂການເສັງ Olympic ຖືກຈັດຂຶ້ນໃນຕອນບ່າຍວັນທີ 17/7, ຢູ່ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງນັກສອບເສັງ 268 ຄົນມາຈາກ 71 ຄະນະຂອງປະເທດ, ເຂດແຄ້ວນ. ການເສັງ Olympic ຊີວະສາດສາກົນ (IBO) ຄັ້ງທີ 27 ຖືກດຳເນີນໄປແຕ່ວັນທີ 17 – 23/7 ຢູ່ຮ່າໂນ້ຍ, ໂດຍກະຊວງສຶກສາ ແລະ ບຳລຸງສ້າງສົມທົບກັບມະຫາວິທະຍາໄລສ້າງຄູຮ່າໂນ້ຍ ຈັດຕັ້ງ. ປີນີ້, ຄະນະ ຫວຽດນາມ ໄດ້ສົ່ງນັກຮຽນ 4 ຄົນເຂົ້າຮ່ວມການເສັງ. ກ່າວຄຳເຫັນໄຂພິທີ, ທ່ານ ຟູ່ງຊວນຫຍ້າ, ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ໃຫ້ຮູ້ວ່າ: ນີ້ແມ່ນປີມີຈຳນວນຄະນະ ແລະ ນັກສອບເສັງເຂົ້າຮ່ວມຫຼາຍທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ທ່ານລັດຖະມົນຕີ ຟູ່ງຊວນຫຍ້າ ຫວັງວ່າ: ບັນດານັກສອບເສັງຈະເສີມຂະຫຍາຍຄວາມສາມາດທັງໝົດຂອງຕົນ, ພ້ອມທັງມີໂອກາດເພື່ອພົບປະແລກປ່ຽນ, ແບ່ງປັນບົດຮຽນ, ຮ່ຳຮຽນເອົາບົດຮຽນເຊິ່ງກັນ ແລະ ກັນ:
“ເວລາໜຶ່ງອາທິດທີ່ດຳເນີນການສອບເສັງ IBO ຈະແມ່ນອາທິດມີສິ່ງທ້າທາຍຫຼາຍຢ່າງ ແຕ່ມັນກໍ່ມີປະໂຫຍດສຳລັບພວກນ້ອງນັກຮຽນ, ແມ່ນອາທິດເຮັດວຽກຢ່າງເຄັ່ງຕຶງແຕ່ກໍ່ມີຄວາມໝາຍຫຼາຍຢ່າງ ແລະ ມະນຸດສະທຳກັບບັນດາຄູອາຈານ. IBO 2016 ແມ່ນໂອກາດເພື່ອໃຫ້ພວກເຮົາເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນ, ສ່ົງເສີມ, ກະຕຸກຊຸກຍູ້ນ້ຳໃຈຮ່ຳຮຽນເວົ້າລວມ, ການຮ່ຳຮຽນ ແລະ ຄົ້ນຄ້ວາຊີວະສາດເວົ້າສະເພາະ, ພ້ອມທັງສ້າງກາລະໂອກາດເປີດກ້ວາງການພົວພັນ ແລະ ຍົກສູງກຳລັງຄວາມສາມາດດ້ານວິທະຍາສາດຂອງປະຊາຄົມບັນດານັກຊີວະສາດໃນທົ່ວໂລກ.”