ໄທພົບເຫັນລະເບີດຢູ່ໃຈກາງນະຄອນຫຼວງບາງກອກ

(VOVWORLD) - ສື່ມວນຊົນໄທ ໃຫ້ຮູ້ວ່າ, ວັນທີ 30 ພຶດສະພາ, ກຳລັງມ້າງ, ທຳລາຍລະເບີດບໍ່ທັນແຕກ (EOD) ຂອງປະເທດນີ້ ໄດ້ພົບເຫັນລະເບີດລູກໜຶ່ງຢູ່ໃກ້ປະຕູອອກເລກ 1 ຂອງສະຖານີລົດໄຟຟ້າໃຕ້ດິນ ມໍ່ກັບສູນວັດທະນະທຳໄທ ຢູ່ນະຄອນຫຼວງບາງກອກ. 
ໄທພົບເຫັນລະເບີດຢູ່ໃຈກາງນະຄອນຫຼວງບາງກອກ - ảnh 1 (ໄທພົບເຫັນລະເບີດຢູ່ໃຈກາງນະຄອນຫຼວງບາງກອກ)

ບັນດານັກຊ່ຽວຊານ EOD ຢັ້ງຢັນວ່າ, ນີ້ແມ່ນວັດຖຸລະເບີດທີ່ເຮັດເອງ. ບັນດາເຈົ້າໜ້າທີ່ພວມດຳເນີນການສືບສວນເຫດການດັ່ງກ່າວ. ປະຈຸບັນຍັງບໍ່ທັນຮູ້ວ່າ ລູກລະເມີດໃໝ່ທີ່ພົບເຫັນມີສ່ວນກ່ຽວຂ້ອງເຖິງເຫດລະເບີດ 3 ຄັ້ງຖືກເກີດຂຶ້ນຢູ່ບາງກອກ ຫວ່າງມໍ່ໆມານີ້ຫຼືບໍ່.

ຕອບກັບ

ຂ່າວ/ບົດ​ອື່ນ