ທ່ານ ເຢືອງຮ໋ວານ, ຮອງຜູ້ອຳນວຍການສູນໃຫ້ຄຳປຶກສາດ້ານກົດໝາຍ ແນະນຳໂຄງການ ໜູນຊ່ວຍດ້ານນິຕິກຳໃຫ້ນັກໂທດໃກ້ຈະໄດ້ຮັບການປ່ອຍຕົວ
(ພາບ: ສື່ເອເລັກໂຕນິກເຍີນ)
(vovworld) – ຕອນບ່າຍວັນທີ 29/6, ຢູ່ຮ່າໂນ້ຍ, ໂຄງການພັດທະນາຂອງສະຫະປະຊາຊາດ ປະຈຳ ຫວຽດນາມ ໄດ້ສົມທົບກັບສູນໃຫ້ຄຳປຶກສາດ້ານກົດໝາຍ (ຂຶ້ນກັບມະຫາວິທະຍາໄລກົດໝາຍນະຄອນ ໂຮ່ຈີມິນ) ໄດ້ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບການເຜີຍແຜ່ ແລະ ໜູນຊ່ວຍດ້ານນິຕິກຳໃຫ້ນັກໂທດໃກ້ຈະໄດ້ຮັບການປ່ອຍຕົວ. ນີ້ກໍ່ແມ່ນເນື້ອໃນໂຄງການ “ສິດສອນ ແລະ ໃຫ້ຄຳປຶກສາໃຫ້ນັກໂທດໃກ້ຈະໄດ້ຮັບການປ່ອຍຕົວ” ໂດຍສູນໃຫ້ຄຳປຶກສາດ້ານກົດໝາຍ (ຂຶ້ນກັບມະຫາວິທະຍາໄລກົດໝາຍນະຄອນ ໂຮ່ຈີມິນ) ແລະ ໂຄງການພັດທະນາ ສປຊ ປະຈຳ ຫວຽດນາມ ປະຕິບັດ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ Scott Ciment, ທີ່ປຶກສານະໂຍບາຍ ກ່ຽວກັບອຳນາດນິຕິບັນຍັດຂອງ ໂຄງການພັດທະນາ ສປຊ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ໂຄງການໄດ້ຮັບການອອກແບບດ້ວຍການເຂົ້າຮ່ວມຂອງບັນດານັກສຶກສາຮຽນກົດໝາຍ ແລະ ການໜູນຊ່ວຍຂອງຄູສອນ, ນັກທະນາຍຄວາມເພື່ອແນໃສ່ປະກອບສ່ວນຊ່ວຍໃຫ້ບັນດານັກໂທດເຈື່ອຈານເຊື່ອມຕົວເຂົ້າກັບວົງຄະນະຍາດ ຈະມີບັນດາຂໍ້ມູນດ້ານນິຕິກຳພື້ນຖານ. ໂຄງການນີ້ກໍ່ແມ່ນກາລະໂອກາດຊ່ວຍໃຫ້ນັກສຶກສາສາມາດນຳໃຊ້ຄວາມຮູ້ທີ່ໄດ້ຮຽນແລ້ວເຂົ້າໃນຊີວິດຕົວຈິງ.