ໝູ່ເກາະຮ່ວາງຊາແລະເຈື່ອງຊາແມ່ນຂອງຫວຽດນາມ

ໝູ່ເກາະຮ່ວາງຊາແລະເຈື່ອງຊາແມ່ນຂອງຫວຽດນາມ - ảnh 1
ພິ​ທີ​ຕ້ອນ​ຮັບ​ແຜນ​ທີ່, ເອ​ກະ​ສານ ກ່ຽວ​ກັບ​ຮ່​ວາງ​ຊາ, ເຈື່ອງ​ຊາ
(ພາບ: Tuổi Trẻ)

(vovworld) –  ​​ຕອນ​ເຊົ້າ​ວັນ​ທີ 5/5, ຢູ່​ນະ​ຄອນ ຍາ​ຈາງ, ວິ​ທະ​ຍາ​ຄານ​ທະ​ຫານ​ເຮືອຂຶ້ນ​ກັບເຫຼົ່າ​ທັບ​ເຮືອ ໄດ້​ຈັດ​ຕັ້ງ​ພິ​ທີ​ຕ້ອນ​ຮັບ​ບັນ​ດາ​ຊຸດ​ແຜນ​ທີ່, ເອ​ກະ​ສານ “ຮ່​ວາງ​ຊາ, ເຈື່ອງ​ຊາ​ຂອງ ຫວຽດ​ນາມ, ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ກຳ” ໂດຍ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານມອບ​ໃຫ້. ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ ເຈືອງ​ມິງ​ຕ໋ວນ ຕາງ​ໜ້າ​ໃຫ້​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ ມອບ​ແຜນ​ທີ່, ເອ​ກະ​ສານ 100 ຊຸດ​ໃຫ້​ແກ່​ວິ​ທະ​ຍາ​ຄານ​ທະ​ຫານ​ເຮືອ ຂຶ້ນ​ກັບ​ເຫຼົ່າ​ທັບ​ເຮືອ ຫວຽດ​ນາມ. ນີ້​ແມ່ນ​ສ່ວນ​ໜຶ່ງ​ໃນ​ບັນ​ດາ​ເອ​ກະ​ສານ​​ເຊິ່ງບັນ​ດາ​ນັກ​ຄົ້ນ​ຄ້​ວາ, ນັກ​ຮຽນ​ຮູ້​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ໄດ້​ເຕົ້າ​ໂຮມ ບັນ​ດາ​ເອ​ກະ​ສານ​ມີ​ມຸນ​ຄ່າ​ປະ​ຫວັດ​ສາດ ແລະ ນິ​ຕິ​ກຳ​ໃນ​ການຢັ້ງ​ຢືນ ແລະ ພິ​ສູດ​ໃຫ້​ເຫັນ​ວ່າ: ຫວຽດ​ນາມ ​ໄດ້​ກຳ​ນົ​ດ​ອະ​ທິ​ປະ​ໄຕ​ສຳ​ລັບໝູ່​ເກາະ 2 ແຫ່ງ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ແຕ່​ດົນ​ນານ​ມາ​ແລ້ວ​.

        ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 5/5, ຜູ້​ຕາງ​ໜ້າ​ຄອບ​ຄົວ​ພົນ​ເອກ ຫວໍ​ງວຽນ​ຢາບ ໄດ້​ມອບ​ປື້ມ​ກ່ຽວ​ກັບ​ຊີ​ວິດ​ຂອງ​ພົນ​ເອກ ຫວໍ​ງວຽນ​ຢາບ​ ໃຫ້​ແກ່​ວິ​ທະ​ຍາ​ຄານ​ທະ​ຫານ​ເຮືອ.


ຂ່າວ/ບົດ​ອື່ນ