50 ປີ ແຫ່ງວັນທ້ອນ​ໂຮມ​ປະ​ເທດ​ຊາດເປັນ​ເອ​ກະ​ພາບ: ສື່ມວນ​ຊົນ ສາ​ກົນ ຊົມ​ເຊີຍ​ຜົນ​ງານ​ພັດ​ທະ​ນາ​ຂອງ ຫວຽດ​ນາມ

(VOVWORLD) - ຫວຽດນາມ ແມ່ນໜຶ່ງໃນບັນດາຕົວຢ່າງທີ່ໜ້າສົນໃຈທີ່ສຸດກ່ຽວກັບການຫັນປ່ຽນເສດຖະກິດໃນສະຕະວັດ XXI ແລະ  ຫວຽດນາມ ໄດ້ກາຍເປັນສູນດຶງດູດນັກລົງທຶນໂດຍກົງຕ່າງປະເທດ (FDI).
50 ປີ ແຫ່ງວັນທ້ອນ​ໂຮມ​ປະ​ເທດ​ຊາດເປັນ​ເອ​ກະ​ພາບ: ສື່ມວນ​ຊົນ ສາ​ກົນ ຊົມ​ເຊີຍ​ຜົນ​ງານ​ພັດ​ທະ​ນາ​ຂອງ ຫວຽດ​ນາມ - ảnh 1Fanpage ABC Mundial ຂອງ ອາກຊັງຕິນ ໄດ້ລົງບົດຂຽນຊົມເຊີຍຜົນງານພັດທະນາເສດຖະກິດຂອງ ຫວຽດນາມ ພາຍຫຼັງ 50 ປີແຫ່ງວັນປົດປ່ອຍພາກໃຕ້

ຫວ່າງມໍ່ໆມານີ້, ໃນ Fanpage ABC Mundial ຂອງ ອາກຊັງຕິນ ໄດ້ລົງບົດຂຽນຊົມເຊີຍຜົນງານພັດທະນາເສດຖະກິດຂອງ ຫວຽດນາມ ພາຍຫຼັງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາ 1975 – 30 ເມສາ 2025). ໃນບົດຂຽນ ດ້ວຍຫົວຂໍ້ “ຫວຽດນາມ ປັບປຸງທີ່ຕັ້ງເພື່ອກາຍເປັນພື້ນຖານເສດຖະກິດທີ່ມີລາຍຮັບສູງ”, ABC Mundial ໃຫ້ຂໍ້ສັງເກດວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຕົວຢ່າງທີ່ໜ້າສົນໃຈທີ່ສຸດກ່ຽວກັບການຫັນປ່ຽນເສດຖະກິດໃນສະຕະວັດ XXI ແລະ  ຫວຽດນາມ ໄດ້ກາຍເປັນສູນດຶງດູດນັກລົງທຶນໂດຍກົງຕ່າງປະເທດ (FDI). ຖ້າສືບຕໍ່ເດີນຕາມເສັ້ນທາງປັດຈຸບັນ, ຫວຽດນາມ ບໍ່ພຽງແຕ່ບັນລຸໄດ້ທີ່ຕັ້ງພື້ນຖານເສດຖະກິດທີ່ມີລາຍຮັບສູງໃນປີ 2045 ເທົ່ານັ້ນ ຫາກຍັງເປັນແຫຼ່ງກຳລັງໃຈໃຫ້ແກ່ບັນດາປະເທດພວມພັດທະນາອື່ນປະຕິບັດຕາມ.

        ວັນທີ 28 ເມສາ, ໜັງສືພິມລາຍວັນ ຝ່າຍຊ້າຍໃຫຍ່ສຸດຂອງ ເມັກຊີໂກ La Jornada ໄດ້ມີບົດຂຽນລົງພາບຖ່າຍ ແລະ ຍ້ອງຍໍຊົມເຊີຍໄຊຊະນະຄັ້ງປະຫວັດສາດວັນທີ 30 ເມສາ 1975 ໄດ້ຊ່ວຍທ້ອນໂຮມປະເທດຊາດເປັນເອກະພາບ, ຍາດໄດ້ສັນຕິພາບ ແລະ ພັດທະນາເສດຖະກິດກາຍເປັນ ເສືອໂຕໃໝ່ຂອງ ອາຊີ” ຄືໃນປັດຈຸບັນນີ້.

        ເນື່ອງໃນໂອກາດນີ້, ນັກຂ່າວ Canal Caribe, ຊ່ອງໂທລະພາບແຫ່ງຊາດ ກູບາ ໄດ້ມີໜ້າຢູ່ນະຄອນ ໂຮ່ຈີມິນ ເພື່ອບັນທຶກຈຸດເວລາພິເສດໃນສາຍພົວພັນສອງຝ່າຍ.  

ວັນທີ 28 ເມສາ, ໃນເວັບໄຊສະບັບພາສາ ຝລັ່ງ ແລະ ອາຣັບ ຂອງ Algeria La Patrie News ໄດ້ລົງບົດຂຽນຍ້ອງຍໍຊົມເຊີຍການຕໍ່ສູ້ຢ່າງພິລະອາດຫານ ແລະ ຂະບວນວິວັດແຫ່ງການສ້າງສາປະເທດຊາດຂອງ ຫວຽດນາມ ພາຍຫຼັງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ, ພ້ອມທັງສະແດງຄວາມປະທັບໃຈຕໍ່ບັນຍາກາດກະກຽມການສະເຫຼີມສະຫຼອງໃຫ້ແກ່ວັນບຸນຍິ່ງໃຫຍ່ ແລະ ສຳຄັນນີ້.


ຕອບກັບ

ຂ່າວ/ບົດ​ອື່ນ