(ພາບປະກອບ: THX/TTXVN)
(vovworld) – ວັນທີ 16/10, ວົງການປ້ອງກັນຄວາມສະຫງົບ Yemen ໃຫ້ຮູ້ວ່າ, ບັນດາມືປືນເຊິ່ງໄດ້ຮັບຖືວ່າມີການພົວພັນກັບເຄືອຂ່າຍກໍ່ການຮ້າຍ Al Qaeda ໄດ້ຢືດຄອງເທດສະບານເມືອງ Udain, ທິດຕາເວັນຕົດສ່ຽງໃຕ້ປະເທດນີ້. ຕາມເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ Yemen ແລ້ວ, ມີຕຳຫຼວດ 5 ຄົນເສຍຊີວິດໃນບັ້ນບຸກໂຈມຕີການຄືນຂອງບັນດາມືປືນທີ່ເລັ່ງໃສ່ເທດສະບານເມືອງ Udain, ຫ່າງຈາກເມືອງນອກ Ibb ຂຶ້ນກັບແຂວງທີ່ມີຊື່ດຽວກັນໄປທາງທິດຕາເວັນຕົກ 20 ກມ. ບັນດາມືປືນໄດ້ບຸກໂຈມຕີໃສ່ບັນດາສຳນັກງານຕຳຫຼວດ, ບັນດາຫ້ອງການຂອງອຳນາດການປົກຄອງທ້ອງຖີ່ນ ແລະ ໄປສະນີ. ວົງການເຈົ້າໜ້າທີ່ທ້ອງຖິ່ນໃຫ້ຮູ້ວ່າ, ເລື່ອງບັນດາມືປືນບຸກໂຈມຕີໃສ່ Udain ແມ່ນແນໃສ່ໂຕ້ຕອບເລື່ອງທະຫານກະບົດຊາວມຸດສລິມ Houthi ນິກາຍ Shi’ite ຢືດຄອງເທດສະບານ Ibb ກ່ອນໜ້ນັ້ນ 2 – 3 ຊົ່ວໂມງ.