(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເລແທັ່ງລອງ ສະເໜີໃຫ້ Amazon ເປີດກວ້າງການຮ່ວມມືກັບບັນດາວິສາຫະກິດເຕັກໂນໂລຊີ ຫວຽດນາມ ເພື່ອເພີ່ມທະວີການຜະລິດ, ພັດທະນາຜະລິດຕະພັນໃນລະບົບຊີວະພາບຂອງ Amazon ຢູ່ ຫວຽດນາມ.
ທີ່ການຕ້ອນຮັບ
(ພາບ: GVP)
|
ຕອນບ່າຍວັນທີ 05 ທັນວາ, ຢູ່ ຮ່າໂນ້ຍ, ທ່ານ ເລແທັ່ງລອງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບ ທ່ານນາງ Susan Pointer, ຮອງປະທານຜູ້ຮັບຜິດຊອບນະໂຍບາຍພາກລັດທົ່ວໂລກຂອງ Amazon, ກຸ່ມບໍລິສັດມີສຳນັກງານຕັ້ງຢູ່ ອາເມລິກາ.
ທ່ານຮອງນາຍົກລັດຖະມົນຕີ ເລແທັ່ງລອງ ສະເໜີໃຫ້ Amazon ເປີດກວ້າງການຮ່ວມມືກັບບັນດາວິສາຫະກິດເຕັກໂນໂລຊີ ຫວຽດນາມ ເພື່ອເພີ່ມທະວີການຜະລິດ, ພັດທະນາຜະລິດຕະພັນໃນລະບົບຊີວະພາບຂອງ Amazon ຢູ່ ຫວຽດນາມ. ທ່ານຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກເພື່ອໃຫ້ Amazon ຮ່ວມມື, ລົງທຶນ, ດຳເນີນທຸລະກິດຢ່າງຍາວນານ, ມີປະສິດທິຜົນຢູ່ ຫວຽດນາມ, ປະກອບສ່ວນເຂົ້າໃນການພັດທະນາຂອງ ຫວຽດນາມ.
ສ່ວນທ່ານນາງ Susan Pointer, ຢືນຢັນວ່າ ກຸ່ມບໍລິສັດ Amazon ຈະຮ່ວມມືຢ່າງຍາວນານກັບ ຫວຽດນາມ; ໜູນຊ່ວຍຍົກລະດັບຜະລິດຕະພັນ Made in Vietnam, ໜູນຊ່ວຍນຳ ຫວຽດນາມ ກາຍເປັນສູນສົ່ງອອກດ້ານການຄ້າເອເລັກໂຕນິກ ຢູ່ ອາຊີຕາເວັນອອກສ່ຽງໃຕ້.