![ECBຮັກສາລະດັບເງິນໜູນຊ່ວຍການຊຳລະໃຫ້ແກ່ເກຼັກ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_07_14/euro1-1436837862095.jpg)
ພາບປະກອບ
|
(vovworld) - ວັນທີ 13/7, ທະນາຄານສູນກາງ ເອີລົບ (ECB) ຕົກລົງຮັກສາລະດັບສິນເຊື່ອໃນຂອບເຂດໂຄງການໜູນຊ່ວຍການຊຳລະດ່ວນ (ELA) ໃຫ້ບັນດາທະນາຄານຂອງ ເກຼັກ ໃນລະດັບ 89 ຕື້ ເອີໂຣ (ເທົ່າກັບ 99 ຕື້ USD). ຕາມນັ້ນແລ້ວ, ທະນາຄານນີ້ຈະບໍ່ຍົກລະດັບເພດານໜູນຊ່ວຍສິນເຊື່ອຊຳລະໃຫ້ບັນດາທະນາຄານ ເກຼັກ, ເຖິງວ່າກ່ອນນັ້ນ, ລັດຖະບານ ເກຼັກ ຫວັງວ່າລະດັບ ELA ອາດຈະໄດ້ຮັບການຍົກຂຶ້ນຕື່ມອີກ 2 ຕື້ເອີໂຣ ເພື່ອໜູນຊ່ວຍບັນດາທະນາຄານຂອງປະເທດນີ້. ດັ່ງນັ້ນ, ດ້ວຍຂໍ້ຕົກລົງຂອງ ECB, ເກຼັກ ອາດຈະຕ້ອງຮັດແໜ້ນມາດຕະການຄວບຄຸມການໃຊ້ຈ່າຍແຫຼ່ງເງິນທີ່ໄດ້ນຳໃຊ້ແຕ່ທ້າຍເດືອນ 6 ຢູ່ປະເທດນີ້, ຄື: ກີດຂວາງການສົ່ງເງິນອອກຕ່າງປະເທດ ແລະ ພຽງແຕ່ອະນຸຍາດໃຫ້ຖອນເງິນ 60 ເອໂຣ/ຄົນ/ວັນຢູ່ຕູ້ ATM ເທົ່ານັ້ນ.