Festival ເຫວ໋2016:ກອງປະຊຸມສຳມະນາວິທະຍາສາດ“ອາຫານພະລາດຊະວັງແລະພື້ນເມືອງເຫວ໋“
ພາບປະກອບ
(vovworld) - ໃນຂອບເຂດ Festival ເຫວ໋ 2016, ວັນທີ 3/5, ຢູ່ນະຄອນ ເຫວ໋ ໄດ້ດຳເນີນກອງປະຊຸມສຳມະນາວິທະຍາສາດ “ອາຫານໃນພະລາດຊະວັງ ແລະ ພື້ນເມືອງເຫວ໋“. ມີບົດລາຍງານວິທະຍາສາດ 30 ບົດຖືກສົ່ງມາ ແລະ ລາຍງານຢູ່ກອງປະຊຸມສຳມະນາ, ໃນນັ້ນມີບັນດາເຍື່ອງອາຫານທີ່ມີຢູ່ແລ້ວ ແລະ ອາຫານທີ່ແຊບຂອງ ເຫວ໋ທີ່ຖືກເສື່ອມເສຍໄປແລ້ວ. ກອງປະຊຸມສຳມະນາປະກອບສ່ວນສະສົມບັນດາເອກະສານເດີມຕື່ມອີກໃຫ້ອາຫານ ເຫວ໋, ໂຄສະນາວັດທະນະທຳອາຫານ ເຫວ໋ - ຫວຽດນາມ ເຖິງເພື່ອນມິດສາກົນ. ເທື່ອທຽນ ເຫວ໋ ພວມມຸ່ງໄປເຖິງການປັບປຸງສຳເນົາຍື່ນສະເໜີ UNESCO ຮັບຮອງອາຫານ ເຫວ໋ ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມວນມະນຸດໂດຍໄວ.